ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງສິງ ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ31 ຄັ້ງ
ເມືອງສິງ ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງສິງ ແຂວງຫລວງນໍ້າທາ ຈັດພິທີທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ (ປະເພດເບຍ) ແລະ ສິນຄ້າໝົດອາຍຸ (ເສື່ອມຄຸນນະພາບ) ໃນວັນທີ 10 ກັນຍາ 2026 ໂດຍມີທ່ານ ສົມລິດ ພອນປະເສີດ ປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຫ້ອງການອ້ອມຂ້າງເມືອງ, 2 ກໍາລັງ ປກຊ-ປກສ, ຄະນະກໍາມະການປົກຄອງຕາແສງ, ນາຍບ້ານ ແລະ ວິຊາການຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເມືອງສິງ ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ

ທ່ານ ຈັນສຸກ ຈັນທະໄຊ ກໍາມະການພັກເມືອງສິງ ໄດ້ລາຍງານກ່ຽວກັບການທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າເສື່ອມຄຸນນະພາບ ຊຶ່ງມີເບຍຈີນ ປ່ອງສີຂຽວ 42 ແກັດ, ເບຍຈີນແກັດສີແດງ 30 ແກັດ, ເບຍປ່ອງ V6 ຈໍານວນ 10 ແພັກ, ເຄື່ອງດື່ມປະເພດ ໂຄຄາໂຄລາ 1 ແພັກ, ລວມເບຍທີ່ກວດ ແລະ ຢຶດໄດ້ 88 ແກັດ ແລະ ລວມມູນຄ່າ 7,1 ລ້ານກວ່າກີບ.

ເມືອງສິງ ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ · ຮູບທີ 2

ຈຸດປະສົງຂອງການທໍາລາຍສິນຄ້າໃນຄັ້ງນີ້ ກໍເພື່ອສະກັດກັ້ນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ເສຍພາສີອາກອນນໍາເຂົ້າບໍ່ຖືກຕ້ອງ ຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ ທັງເປັນການສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ໂດຍສະເພາະ ທາງດ້ານຄຸນະພາບຂອງສິນຄ້າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

ADadvertisement
ADadvertisement
ADadvertisement

ຂ່າວ: ກີ່ງແກ້ວ ເສົາຈັນຖາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່