ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະຫວັດຊ້ຳຮອຍ! ພິດບູດຸຮ້າຍກັດເຈົ້າຂອງດັບຄາທີ່ຢູ່ກຸງເທບເຄີຍກັດຄົນເສຍຊີວິດມາແລ້ວ!

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ປະຫວັດຊ້ຳຮອຍ! ພິດບູດຸຮ້າຍກັດເຈົ້າຂອງດັບຄາທີ່ຢູ່ກຸງເທບເຄີຍກັດຄົນເສຍຊີວິດມາແລ້ວ!
ADadvertisement
ADadvertisement
ADadvertisement

ນເວລາປະມານ 18:30 ນາທີ ຂອງວັນທີ 9 ກັນຍາ 2026 ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດວ່າ: ມີໝາກັດເຈົ້າຂອງເສຍຊີວິດພາຍໃນເຮືອນຫຼັງໜຶ່ງ ໃນແຂວງນະວະມິນ ກຸງເທບ.

ເມື່ອອກໄປກວດສອບຈຸດເກີດເຫດພົບສົບຜູ້ເສຍຊີວິດ 1 ຄົນ ອາຍຸ 70 ປີ (ເປັນເຈົ້າຂອງສັດລ້ຽງ) ມີບາດແຜຖືກໝາກັດຢູ່ໃບໜ້າ, ລຳຄໍ ແລະ ແຂນຫຼາຍຈຸດ, ຢູ່ຈຸດເກີດເຫດມີໝາພິດບູໂຕທີ່ກໍ່ເຫດ ຍ່າງໄປມາພາຍໃນເຮືອນ, ເຊິ່ງເຈົ້າໜ້າທີ່ບໍ່ສາມາດເຂົ້າໄປຍັງຈຸດເກີດເຫດໄດ້ ຈົນຕ້ອງໄດ້ໃຫ້ຜູ້ຊ່ຽວຊານມາຊ່ວຍນຳຕົວໝາເຂົ້າໄປຂັງໃນກົງ.

ຈາກການສອບຖາມຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ໝາໂຕດັ່ງກ່າວບໍ່ສະບາຍ ມີອາການຫງຸດຫງິດຕະຫຼອດເວລາ ເຊິ່ງຜູ້ເສຍຊີວິດໄດ້ເອົາໝາອອກຈາກກົງ ມາເຊັດໜ້າທຳຄວາມສະອາດ ແຕ່ໝາໄດ້ໂດດກັດຜູ້ເສຍຊີວິດ ເຊິ່ງແມ່ບ້ານທີ່ເຫັນເຫດການຕົກໃຈ ແລະ ໄດ້ແລ່ນໜີ.

ADadvertisement
ADadvertisement
ADadvertisement

ສຳລັບໝາໂຕດັ່ງກ່າວ ເຄີຍມີປະຫວັດກັດຄົນເສຍຊີວິດມາແລ້ວ ເຮັດໃຫ້ເຈົ້າຂອງເກົ່າບໍ່ຢາກລ້ຽງຕໍ່, ແຕ່ຜູ້ເສຍຊີວິດຮູ້ຂ່າວແລ້ວຮູ້ສຶກສົງສານ ເລີຍໄປຮັບມາລ້ຽງຕໍ່, ຈົນສຸດທ້າຍໝາກໍມາທຳຮ້າຍຕົນເອງຈົນເສຍຊີວິດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່