ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານອາຍາຂັ້ນຕົ້ນ ແຂວງອຸດົມໄຊ ພິຈາລະນາລົງໂທດຕັດອິດສະຫຼະພາບຄະດີຄ້າມະນຸດ 01 ລາຍ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ສານອາຍາຂັ້ນຕົ້ນ ແຂວງອຸດົມໄຊ ພິຈາລະນາລົງໂທດຕັດອິດສະຫຼະພາບຄະດີຄ້າມະນຸດ 01 ລາຍ
ADadvertisement
ADadvertisement
ADadvertisement

ໃນວັນທີ 09 ກັນຍາ 2026 ນີ້ ຢູ່ທີ່ຫ້ອງປະຊຸມສານປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງກ່ຽວກັບຄະດີຄ້າມະນຸດ 01 ລາຍ, ເຊິ່ງເນື້ອໃນຄະດີມີຢູ່ວ່າ: ໃນວັນທີ 13 ກັນຍາ 2025 ກອງບັນຊາການ ປກສແຂວງ ໄດ້ຮັບຄໍາຮ້ອງຈາກຜູ້ເສຍຫາຍວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຊອກຫາ, ຂົນຂວາຍເອົາຍິງສາວລາວໄປເອົາຜົວຄົນຈີນ ເພື່ອຫາຜົນປະໂຫຍດສ່ວນຕົວ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈາກນັ້ນກອງບັນຊາການ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງເກັບກຳຂໍ້ມູນຕົວຈິງ ເຫັນວ່າ ເຫດການດັ່ງກ່າວແມ່ນມີມູນຄວາມຈິງແທ້ ຈຶ່ງໄດ້ກັກຕົວ ນາງ ນ້ອຍ ໄຊຍະຄຳມີ, ສັນຊາດລາວ, ອາຍຸ 35 ປີ, ອາຊີບຄ້າຂາຍ, ຢູ່ບ້ານ ໂຮມສຸກ, ເມືອງ ໄຊ, ແຂວງ ອຸດົມໄຊ ມາດໍາເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ນາງ ນ້ອຍ ໄຊຍະຄໍາມີ (ຈໍາເລີຍ) ໄດ້ເປັນຜູ້ກະທໍາຜິດຕາມຂໍ້ກ່າວຫາແທ້, ດ້ວຍເຫດນີ້ ສານອາຍາຂັ້ນຕົ້ນແຂວງອຸດົມໄຊ ຈຶ່ງໄດ້ຕັດສິນຄະດີຕາມລະບຽບກົດໝາຍໂດຍສ່ອງໜ້າກັບພາກສ່ວນທີ່ກ່ຽວຂ້ອງ ເຫັນວ່າ: ນາງ ນ້ອຍ ໄຊຍະຄຳມີ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນການຄ້າມະນຸດ, ຖືກລົງໂທດຕັດອິດສະລະພາບ (ຈໍາເລີຍ) ໃຫ້ຈໍາຄຸກ 07 ປີ 06 ເດືອນ ແລະ ປັບໃໝ 100.000.000 ກີບ.

ຂາວ: ປກສ ແຂວງອຸດົມໄຊ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່