ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດ. ເສຍຫາຍຫຼາຍກວ່າ20ຕື້ກີບ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ37 ຄັ້ງ
ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດ. ເສຍຫາຍຫຼາຍກວ່າ20ຕື້ກີບ
ADadvertisement
ADadvertisement
ADadvertisement

ວັນທີ 11 ກັນຍາ 2026 ຕາມການລາຍງານຂອງຂອງ ທ່ານ ປາຮົນ ພິລາວັນ ກໍາມະການພັກເມືອງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງນາໝໍ້ ໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດເສຍຫາຍຢ່າງຫຼວງຫຼາຍ ໃນໄພພິບັດນໍ້າຖ້ວມເມືອງນາໝໍ້ ລະວ່າງວັນທີ 29-30 ສິງຫາ 2026 ຜ່ານມາ.

ໃນ 3 ຕາແສງທົ່ວເມືອງ ໂດຍສະເພາະແມ່ນເສັ້ນທາງ, ຂົວ ແລະ ລະບົບນໍ້າປະປາ ການສັນຈອນໄປມາຂອງບັນດາບ້ານ ຫາເທດສະບານເມືອງຖຶກຕັດຂາດ, ລວມທັງເສັ້ນທາງຫຼວງແຫ່ງຊາດ 13 ເໜືອ, ທາງຫຼວງແຂວງ ແລະ ທາງຫຼວງທ້ອງຖິ່ນ.

ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດ. ເສຍຫາຍຫຼາຍກວ່າ20ຕື້ກີບ

ຜ່ານການລົງເກັບກໍາຂໍ້ມູນ ປະເມີນຄວາມເສຍຫາຍເບື້ອງຕົ້ນ ເຫັນວ່າ ມີ 14 ຕອນທາງ ທີ່ໄດ້ຮັບຜົນກະທົບ ເສຍຫາຍ, ບໍ່ສາມາດສັນຈອນໄປມາໄດ້ ສໍາລັບທາງຫຼວງແຫ່ງຊາດ ພາຍຫຼັງທີ່ໄດ້ຮັບຜົນກະທົບ ພວກເຮົາໄດ້ເລັ່ງແກ້ໄຂ ສໍາເລັດພາຍໃນ 2 ວັນ ເພື່ອເປີດການສັນຈອນ. ການປະເມີນມູນຄ່າຄວາມເສຍຫາຍເພື່ອແກ້ໄຂສຸກເສີນເບື້ອງຕົ້ນປະມານ 20 ກວ່າຕື້ກີບ ແລະ ຕ້ອງການງົບປະມານເພື່ອມາພື້ນຟູຄືນປະມານ 60 ກວ່າຕື້ກີບ.

ADadvertisement
ADadvertisement
ADadvertisement
ເສັ້ນທາງຄົມມະນາຄົມພາຍໃນເມືອງນາໝໍ້ ໄດ້ຮັບຜົນກະທົບໄພທໍາມະຊາດ. ເສຍຫາຍຫຼາຍກວ່າ20ຕື້ກີບ · ຮູບທີ 2

ທ່ານຍັງໃຫ້ຮູ້ວ່າ: ປະຈຸບັນນີ້ ກໍາລັງເລັ່ງເຂົ້າແກ້ໄຂຕອນທາງ 1803 ຊ່ວງ ກມ 20 ເຂົ້າຫາບ້ານມູຕືນ ດ່ານພູຫຼັກຄໍາ ຖ້າສະພາບດິນຟ້າອາກາດອໍານວຍ ຝົນບໍ່ຕົກ ວັນທີ 12 ກັນຍາ 2026 ຈະໃຫ້ສາມາດເປີດການສັນຈອນໄດ້ ຈາກນັ້ນພວກເຮົາກໍ່ຈະສືບຕໍ່ແກ້ໄຂສຸກເສີນຕອນທາງຕ່າງໆ ຕາມບູລິມະສິດທີ່ພວກເຮົາວາງແຜນໄວ້ ແລະ ການແກ້ໄຂສຸກເສີນຕອນທາງທັງໝົດຈະໃຫ້ສໍາເລັດຢູ່ໃນຕົ້ນເດືອນ ຕຸລາ 2026.

———

©️ຂ່າວໃໝ່-ໂຄສະນາເມືອງນາໝໍ້

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່