ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານແຂວງອຸດົມໄຊ ຕັດອິດສະຫຼະພາບ 2 ຈໍາເລີຍ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ36 ຄັ້ງ
ສານແຂວງອຸດົມໄຊ ຕັດອິດສະຫຼະພາບ 2 ຈໍາເລີຍ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ
ADadvertisement
ADadvertisement
ADadvertisement

ວັນທີ 9 ກັນຍາ 2026 ນີ້, ຄະນະສານອາຍາ ສານປະ ຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຖະແຫຼງ ແລະ ພິຈາລະ ນາ ລົງໂທດຕັດອິດສະຫຼະພາບ 2 ຈຳເລີຍ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ.

ໃນສຳນວນຄະດີດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານ 13:00 ໂມງ ຂອງວັນທີ 1 ພຶດສະພາ 2026 ເຈົ້າໜ້າທີ່ພະ ແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄດ້ຮັບແຫຼ່ງຂ່າວວ່າ ມີຄົນບໍ່ດີຈຳນວນໜຶ່ງ ມີການການເຄື່ອນໄຫວພົວພັນຢາເສບຕິດ ຢູ່ເຂດບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ, ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງອຸດົມໄຊຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະສົມ ທົບພາກສ່ວນກ່ຽວຂ້ອງລົງເຄື່ອນໄຫວຕິດຕາມເປົ້າ ໝາຍ, ຮອດເວລາ ປະມານ 14:00 ໂມງ ຂອງວັນດຽວກັນ ໄດ້ກັດຕົວຜູ້ຕ້ອງສົງໄສໄດ້ໜຶ່ງຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 1 ຖົງ ເທົ່າກັບ 200 ເມັດ, ນໍ້າໜັກ 20 ກຼາມ ແລະ ອີກຈຳ ນວນ 17 ຖົງ ເທົ່າກັບ 3.400 ເມັດ, ນໍ້າໜັກ 340 ກຼາມ; ກ້ອນສີຂາວຄ້າຍຄື ເຮໂຣອິນ ຈໍານວນ 7 ຖົງ, ນໍ້າໜັກ 219,9 ກຼາມ ຊຸກເຊື່ອງຢູ່ໃນເຄສະສະຖານ (ເຮືອນ) ຂອງຜູ້ກ່ຽວ; ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວ ນາງ ເກົາຍີ (ເປົ້າໝາຍ) ພ້ອມເຄື່ອງຂອງກາງທັງໝົດ ມາດໍາເນີນຄະດີຕາມກົດ ໝາຍ.

ຜ່ານການສອບສວນ ຂອງເຈົ້າໜ້າທີ່ ນາງ ເກົາຍີ ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຂອງກາງຢາເສບຕິດຈຳນວນດັ່ງກ່າວທີ່ເຈົ້າໜ້າທີ່ກວດກາພົບເຫັນແມ່ນ ຂອງຜູ້ກ່ຽວແທ້. ຜ່ານການຄົ້ນຄ້ວາ, ກວດກາກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ, ພາວະວິໄສແລ້ວເຫັນວ່າ: ນາງ ເກົາຍີ ອາຍຸ 24 ປີ, ສັນຊາດລາວ, ປະຊາຊົນ, ຢູ່ບ້ານດອນໄຊ, ເມືອງໄຊ ແຂວງອຸດົມໄຊ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດປະເພດ ຢາບ້າໄວ້ໃນຄອບຄອງ ສານອາຍາຂັ້ນຕົ້ນແຂວງອຸດົມໄຊ ລົງ ໂທດຕັດອິດສະຫຼະພາບ ນາງ ເກົາຍີ (ຈຳເລີຍ) ຈໍາຄຸກ 10 ປີ ແລະ ປັບໃໝ 100.000.000 ກີບ; ຮິບເງິນຈໍານວນ 1.600.000 ກີບ ແລະ ໂທລະສັບ OPPO ໜຶ່ງເຄື່ອງ ທີ່ມີສ່ວນພົວພັນໃນການກະທໍາຜິດມາເປັນຂອງລັດ ແລະ ລົງໂທດຕັດອິດສະຫຼະພາບທ້າວ ເມກ ໄພລາຕີ ອາຍຸ 41 ປີ, ສັນຊາດລາວ, ປະຊາຊົນຢູ່ບ້ານຫ້ວຍລາ ເມືອງແບງ, ແຂວງອຸດົມໄຊ (ຈໍາເລີຍ 2) ຖືກກັກຕົວ ວັນທີ 20 ພຶດ ສະພາ 2026 ຂໍ້ຫາມີຢາເສບຕິດປະເພດຢາບ້າໄວ້ໃນຄອບ ຄອງ ຖືກສານລົງໂທດຕັດອິດສະລະພາບ 5 ປີ ແລະ ປັບໃໝ 10.000.000 ກີບ ແລະ ຮິບຢາບ້າ ຈໍານວນ 54 ເມັດ, ນໍ້າໜັກ 5,4 ກຼາມ ຂອງທ້າວ ເມກ ໄພລາຕີ (ຈຳເລີຍ) ມາທຳລາຍຖິ້ມ.

ADadvertisement
ADadvertisement
ADadvertisement

ຂ່າວ: ປກສ ແຂວງອຸດົມໄຊ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່