ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ38 ຄັ້ງ
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ.
ADadvertisement
ADadvertisement
ADadvertisement

ກອງປະຊຸມປຶກສາຫາລື ຄວາມໝັ້ນຄົງຊຽງຊານ ຄັ້ງທີ 13 ທີ່ ສປ ຈີນເປັນເຈົ້າພາບ, ໃນວັນທີ 14 ກັນຍາ 2026, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ຢ່າງເປັນທາງການ ໂດຍການຕ້ອນຮັບຂອງສະຫາຍ ພົນເອກ ຕົ໋ງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ.

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ.

ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ. ພາຍຫຼັງສຳເລັດພິທີຕ້ອນຮັບ, ທັງສອງຝ່າຍໄດ້ພົບປະແລກປ່ຽນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ເຊິ່ງການພົບປະຄັ້ງນີ້ຈັດຂຶ້ນໃນທ່າມກາງທີ່ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລາວ-ຈີນ ພວມຂະຫຍາຍຕົວດີຢ່າງຍິ່ງ ແລະ ຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ.

ໂດຍສະເພາະ ພາຍຫຼັງການຢ້ຽມຢາມລັດຖະກິດ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸດລິດ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ, ການນໍາສູງສຸດຂອງສອງຝ່າຍໄດ້ເອກະພາບກັນກໍານົດທິດທາງຍຸດທະສາດ ແລະ ໄດ້ອອກ “ຖະແຫຼງການຮ່ວມ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ເຊິ່ງເປັນການຍົກລະດັບການພົວພັນ, ກໍານົດທິດທາງຮ່ວມມືຮອບດ້ານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາສະບັບໃໝ່ໃຫ້ປະກົດຜົນເປັນຈິງ.

ADadvertisement
ADadvertisement
ADadvertisement
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 2

ການພົບປະໃນຄັ້ງນີ້ ຈະເປັນການປະກອບສ່ວນຊຸກຍູ້ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນອະນຸສັນຍາຮ່ວມມືໃນຂົງເຂດຕ່າງໆ. ກອງທັບປະຊາຊົນລາວ ພ້ອມທີ່ຈະຮ່ວມມືກັບກອງທັບປົດປ່ອຍປະຊາຊົນຈີນ ໃນທຸກໆຂົງເຂດ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ແລະ ການຮ່ວມມືຍຸດທະສາດຮອບດ້ານຂອງສອງຊາດ ກໍຄືສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ.

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 3

ນອກນັ້ນ, ກອງທັບປະຊາຊົນລາວ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກວຽກງານການຮ່ວມມືດ້ານປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ວຽກງານການແພດ. ສ່ວນກອງທັບປົດປ່ອຍປະຊາຊົນຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການທະຫານ, ດ້ານການແພດ, ວຽກງານກໍ່ສ້າງນາຍທະຫານຢູ່ວິທະຍາຄານຕ່າງໆ ແກ່ກອງທັບປະຊາຊົນລາວ, ສືບຕໍ່ແລກປ່ຽນບົດຮຽນໃນຂົງເຂດວຽກງານຊາຍແດນ, ເສດຖະກິດ-ການຄ້າ ແລະ ອື່ນໆ ທີ່ທັງສອງຝ່າຍໄດ້ມີການຮ່ວມມືກັນ.

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 4

ຈາກນັ້ນ, ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມື, ໂດຍ ຝ່າຍລາວ ແມ່ນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຈີນ ແມ່ນ ສະຫາຍ ພົນຕີ ຈ່າງສື້ອີ໋ ຮັກສາການຫົວໜ້າຫ້ອງການຮ່ວມມືການທະຫານສາກົນ ແຫ່ງ ສປ ຈີນ.

ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 5
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 6
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 7
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 8
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 9
ກະຊວງປ້ອງກັນປະເທດ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານການທະຫານ. · ຮູບທີ 10

ພາບ+ຂ່າວ: ຮ້ອຍໂທ ໄກ່ນ໋ອດ ເລັດນະຄອນ (​ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່