ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ33 ຄັ້ງ
ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ
ADadvertisement
ADadvertisement
ADadvertisement

ໃນວັນທີ 12 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງມ້າງກຸ່ມແກ້ງກໍ່ອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ເຮືອນເຊົ່າ ບ້ານໜອງທາເໜືອ ຮ່ອມ7 ເມືອງຈັນທະບູລີ ແລະ ເຮືອນເຊົາຢູ່ ບ້ານໂພນເງິນ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ

ຜ່ານການກວດຄົ້ນສາມາດກັກຕົວພວກກະທຳຜິດໄດ້ 13 ຄົນ; ໃນນີ້, ສັນຊາດຈີນ 12 ຄົນ ຍິງ 2 ຄົນ ແລະ ສັນຊາດລາວ ຍິງ 1 ຄົນ ພ້ອມຍຶດເຄື່ອງຂອງກາງມີ ໂທລະສັບ 13 ໜ່ວຍ, ຄອມພິວເຕີໂນດບຸກ 1 ໜ່ວຍ, ຄອມພິວເຕີຕັ້ງໂຕະ 4 ໜ່ວຍ, ປືນສັ້ນ 2 ກະບອກ, ລູກປືນ 19 ລູກ, ຢາຄ້າຍຄືຢາບ້າຈຳນວນ 1.494 ເມັດ, ຖັງອົກຊີ 2 ຖັງ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜື່ງ.

ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສຶບສວນ-ສອບສວນຕໍ່ເປົ້າໝາຍດັ່ງກ່າວເພື່ອມາດຳຄະດີຕາມລະບຽບກົດໝາຍ; ໃນໂອກາດນີ້ ຂໍສະແດງຄວາມຂອບໃຈມາຍັງປະຊາຊົນ ແລະ ພົນລະເມືອງດີ ທີ່ໃຫ້ເບາະ ແສສໍາຄັນກ່ຽວກັບຂໍ້ມູນໃຫ້ທາງເຈົ້າໜ້າທີ່ຕຳຫຼວດ ແລະ ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງມີສະຕິລະວັງ ຕົວໃນການໃຊ້ສື່ສັງຄົມອອນລາຍຊ່ອງທາງຕ່າງໆ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງ ກຸ່ມອາຊະຍະກຳທາງ ອິນເຕີເນັດ ແລະ ຖ້າພົບເຫັນບຸກຄົນ ຫຼື ນິຕິບຸກຄົນທີ່ສົງໃສວ່າເປັນການກໍ່ອາຊະນະກຳທາງອິນອີນເຕີ ເນັດ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດທີ ເບີສາຍດ່ວນ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ · ຮູບທີ 3
ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ · ຮູບທີ 4
ເຈົ້າໜ້າທີ່ ບຸກກວາດລ້າງອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ພົບຂອງກາງຫຼາຍລາຍການ ພ້ອມຢາເສບຕິດຈຳນວນຫຼາຍ · ຮູບທີ 5

ພາບ-ຂ່າວ: ຄຳໂຖ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່