ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ41 ຄັ້ງ
ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ
ADadvertisement
ADadvertisement
ADadvertisement

ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ໂອກາດເຂົ້າຮ່ວມວາງສະແດງຜົນງານການກວດກູ້ລະເບີດລູກຫວ່ານ ທີ່ຕົກຄ້າງຢູ່ລາວ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢູ່ຫໍປະຊຸມແຫ່ງຊາດ. ທ່ານ ຄຳມະນີ ບຸນເຕີມ ພະນັກງານພົວພັນອາວຸໂສຂອງອົງການ HALO Trust ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 17 ກັນຍານີ້ວ່າ: ອົງການ HALO Trust ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາຕັ້ງແຕ່ປີ 2012 ຈົນເຖິງປັດຈຸບັນ ຊຶ່ງມີບົດບາດສໍາຄັນໃນການສໍາຫຼວດ, ທຳລາຍ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບໄພອັນຕະລາຍຈາກລະເບີດຕົກຄ້າງ ເພື່ອແນໃສ່ຊ່ວຍເຫຼືອຊຸມຊົນທີ່ຍັງມີຄວາມສ່ຽງ. ໂດຍເລີ່ມປະຕິບັດງານຢູ່ ສປປ ລາວ ໂດຍສະເພາະໄດ້ສຸມໃສ່ຈັດຕັ້ງປະຕິບັດເກັບກູ້ ລບຕ ຢູ່ທົ່ວແຂວງສະຫວັນນະເຂດ ກວມເອົາ 13 ເມືອງ ແລະ 1 ນະຄອນ ເຊິ່ງໄດ້ເຄື່ອນໄຫວຕາມ 3 ກິດຈະກໍາຫຼັກຄື: ການເກັບກູ້ລະເບີດ; ການສໍາຫຼວດ ແລະ ທຳລາຍລະເບີດເຄື່ອນທີ່; ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ. ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຜ່ານມາ, ອົງການ HALO Trust ສາມາດເກັບກູ້ ແລະ ທຳລາຍລະເບີດລູກຫວ່ານໄດ້ຫຼາຍກວ່າ 90,000 ໜ່ວຍ, ໃນເນື້ອທີ່ເກັບກູ້ກວ້າງເຖິງ 64,000 ຕາແມັດ. ຢ່າງໃດກໍຕາມ, ໃນພື້ນທີ່ແຂວງສະຫວັນນະເຂດ ຍັງມີຫຼາຍເຂດທີ່ຖືກຈັດເປັນ “ພື້ນທີ່ສີແດງ” ຫຼື ເຂດຢືນຢັນຄວາມອັນຕະລາຍ ຕ້ອງໄດ້ສືບຕໍ່ໃນການເຂົ້າໄປແກ້ໄຂ.

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ · ຮູບທີ 2

ທັງນີ້, ການປະຕິບັດງານດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ 2 ປະເທດຄື: ສະຫະລັດ ອາເມຣິກາ ແລະ ລັດຖະບານປະເທດແຟັງລັງ (Finland). ນອກຈາກການເກັບກູ້, ອົງການ HALO Trust ຍັງໃຫ້ຄວາມສຳຄັນກັບການສ້າງຄວາມຕື່ນຕົວໃນຊຸມຊົນໂດຍການສົ່ງທີມງານລົງເຜີຍແຜ່ຂໍ້ມູນ-ຄວາມຮູ້ກ່ຽວກັບຮູບຮ່າງລັກສະນະຂອງວັດຖຸຕ້ອງສົງໄສ ແລະ ວິທີການດຳລົງຊີວິດໃຫ້ປອດໄພໃຫ້ປະຊາຊົນ ແລະ ນັກຮຽນຕາມໂຮງຮຽນໃນເຂດທີ່ມີຄວາມສ່ຽງ ລບຕ.

ADadvertisement
ADadvertisement
ADadvertisement
ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ · ຮູບທີ 3

ທ່ານ ຄຳມະນີ ບຸນເຕີມ ໄດ້ເນັ້ນຢໍ້າຕື່ມວ່າ: ບັນຫາລະເບີດຕົກຄ້າງບໍ່ແມ່ນເລື່ອງໄກໂຕ, ເຖິງວ່າບາງທ່ານຈະບໍ່ໄດ້ອາໄສຢູ່ໃນເຂດທີ່ມີຄວາມສ່ຽງ ລບຕ ແຕ່ຍັງມີປະຊາຊົນອີກຈຳນວນຫຼາຍທີ່ຕ້ອງປະເຊີນກັບຄວາມສ່ຽງໃນທຸກໆມື້. ດັ່ງນັ້ນ, ຈຶ່ງຂໍຝາກເຖິງປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມຄວາມລະມັດລະວັງ. ຫາກພົບເຫັນລະເບີດ ຫຼື ວັດຖຸຕ້ອງສົງໄສບໍ່ຄວນແຕະຕ້ອງ ຫຼື ເຄື່ອນຍ້າຍເອງ, ແຕ່ໃຫ້ຟ້າວແຈ້ງຫາອຳນາດການປົກຄອງບ້ານ, ເມືອງ, ແຂວງ ຫຼື ໂທຫາສາຍດ່ວນ 1603 ເພື່ອໃຫ້ເຈົ້າໜ້າທີ່ຜູ້ມີຄວາມຊ່ຽວຊານເຂົ້າໄປດຳເນີນການກວດສອບ ແລະ ທຳລາຍຢ່າງປອດໄພ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່