ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ
ADadvertisement
ADadvertisement
ADadvertisement
ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກັນຍາ 2026 ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ສົມທົບກັບເຈົ້າໜ້າທີ່ພະແນກສິ່ງແວດລ້ອມ ຫ້ອງຕຳຫລວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ໄດ້ລົງກວດກາ ແລະ ມ້າງຄະດີການລັກລອບຂຸດຄົ້ນແຮ່ທາດທຳມະຊາດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ບ້ານຊອຍນາຟ້າ ຄຸ້ມບ້ານຟາດ ເມືອງແປກ ແຂວງຊຽງຂວາງ.

ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ · ຮູບທີ 2

ຜ່ານການລົງກວດກາຕົວຈິງ, ພົບເຫັນປະຊາຊົນ 2 ຄົນ ກຳລັງລັກລອບກະທຳຜິດ ພ້ອມທັງຢຶດຂອງກາງ ແລະ ອຸປະກອນຮັບໃຊ້ໃນການກະທຳຜິດຈຳນວນໜຶ່ງ ເຊິ່ງປະກອບມີ ຈັກດູດນ້ຳຈຳນວນ 1 ເຄື່ອງ, ເຄື່ອງຈັກບົດຄຳຈຳນວນ 2 ເຄື່ອງ, ແຮ່ທາດທີ່ບໍ່ທັນບົດຈຳນວນ 14 ເປົານ້ອຍ, ແຮ່ທາດທີ່ບົດແລ້ວຈຳນວນ 300 ກວ່າເປົາ ພ້ອມດ້ວຍອຸປະກອນອື່ນໆ ຈຳນວນໜຶ່ງ.

ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ · ຮູບທີ 3

ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ລັກລອບກະທຳຜິດທັງ 2 ຄົນດັ່ງກ່າວ ນຳສົ່ງດຳເນີນການສືບສວນ-ສອບສວນ ຕາມລະບຽບກົດໝາຍ. ສ່ວນອຸປະກອນ ແລະ ຂອງກາງຕ່າງໆ ທີ່ພົວພັນເຖິງການກະທຳຜິດ ແມ່ນໄດ້ເກັບມ້ຽນໄວ້ ຈົນກວ່າຈະສອບສວນສຳເລັດຕາມຂັ້ນຕອນ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຊຽງຂວາງ ມ້າງກຸ່ມແກ້ງລັກລອບຂຸດຄົ້ນ-ປຸງແຕ່ງແຮ່ ທາດທໍາມະຊາດ ( ແຮ່ຄໍາ ) ຈັບຕົວຜູ້ກະທຳຜິດໄດ້ 2 ຄົນ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່