ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍ ກໍ່ອາຊະຍາກຳທາງອິນເຕີເນັດ 22 ຄົນ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍ ກໍ່ອາຊະຍາກຳທາງອິນເຕີເນັດ 22 ຄົນ.
ADadvertisement
ADadvertisement
ADadvertisement

ອີງຕາມການລາຍງານຂອງເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 18 ກັນຍາ 2026 ເວລາ 11 ໂມງ 00 ນາທີ ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ອາດມີການກໍ່ອາດຊະຍາກຳທາງອິນເຕີເນັດ ຢູ່ເຂດບ້ານ ຫົວແຊ ຕາແສງຫົວແຊ ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ.

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍ ກໍ່ອາຊະຍາກຳທາງອິນເຕີເນັດ 22 ຄົນ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ພະແນກສັນຕິບານ ປກສ ເມືອງບາຈຽງຈະເລີນສຸກ ແລະ ອໍານາດການປົກຄອງບ້ານ ຫົວແຊ, ເຂົ້າກວດກາຈຸດ ສົງໃສ ກ່ຽວກັບການພັກເຊົາຢູ່ເຮືອນເຊົ່າຫຼັງໜື່ງ ຕັ້ງຢູ່ເຂດບ້ານ ຫົວແຊ.

ປກສ ແຂວງຈຳປາສັກ ກັກຕົວເປົ້າໝາຍ ກໍ່ອາຊະຍາກຳທາງອິນເຕີເນັດ 22 ຄົນ. · ຮູບທີ 2

ຜ່ານການກວດກາ ພົບເຫັນຜູ້ຖືກສົງໃສກໍ່ອາຊະຍາກຳທາງອິນເຕີເນັດເປັນຄົນຕ່າງປະເທດ ເຈົ້າໜ້າທີ່ຈິ່ງຄວບຄຸມຕົວຜູ້ຖືກສົງໃສເປັນຊາວຈີນ 22 ຄົນ ຍິງ 1ຄົນ ພ້ອມເຄື່ອງຂອງກາງ ຄອມພິວເຕີ້ຕັ້ງໂຕະ 49 ໜ່ວຍ, ໂທລະສັບ 237 ໜ່ວຍ,ຫົວຊີພີຢູ ຈໍານວນ 27 ໜ່ວຍ, ໝໍ້ຍົກໄຟ ຈໍານວນ 07 ໜ່ວຍແລະ ເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ.

ADadvertisement
ADadvertisement
ADadvertisement

ສ່ວນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ວິຊາສະເພາະ.

ຂ່າວ: ປກສ ແຂວງຈຳປາສັກ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່