ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສ ຫວຽດນາມ ຊ່ວຍເຫຼືອສ້າງໂຮງຮຽນຊົນເຜົ່າ ຢູ່ແຂວງຄໍາມ່ວນ 179 ຕື້ກວ່າດົງ ຈະໃຫ້ສຳເລັດກ່ອນສົ່ງຮຽນ 2028-2029

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ54 ຄັ້ງ
ສສ ຫວຽດນາມ ຊ່ວຍເຫຼືອສ້າງໂຮງຮຽນຊົນເຜົ່າ ຢູ່ແຂວງຄໍາມ່ວນ 179 ຕື້ກວ່າດົງ ຈະໃຫ້ສຳເລັດກ່ອນສົ່ງຮຽນ 2028-2029
ADadvertisement
ADadvertisement
ADadvertisement

ວັນທີ 18 ກັນຍາ 2026, ພິທີລົງນາມບົດບັນທຶກມອບ-ຮັບ ພື້ນທີ່ກໍ່ສ້າງໂຮງຮຽນມັດທະຍົມຕອນປາຍສາມັນຊົນເຜົ່າ ໄດ້ຈັດຂຶ້ນທີ່ບ້ານໂພນສະອາດ, ເມືອງມະຫາໄຊ, ແຂວງຄໍາມ່ວນ ໂດຍມີຕາງໜ້າຝ່າຍລາວ ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ວັນທະວີ ສານຸວົງ ວ່າການຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ແສງຈັນ ຊາມົນຕຣີ ປະທານຄະນະກຳມະການປົກຄອງເມືອງມະຫາໄຊ ແລະ ຝ່າຍຫວຽດນາມ ມີທ່ານ ນາງ ຫງວຽນ ທິ ເຮືອງ ຢາງ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ແຂວງກວາງຈິ, ພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສສ ຫວຽດນາມ ຊ່ວຍເຫຼືອສ້າງໂຮງຮຽນຊົນເຜົ່າ ຢູ່ແຂວງຄໍາມ່ວນ 179 ຕື້ກວ່າດົງ ຈະໃຫ້ສຳເລັດກ່ອນສົ່ງຮຽນ 2028-2029

ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ ແມ່ນຕັ້ງຢູ່ບ້ານ ໂພນສະອາດ ເມືອງມະຫາໄຊ, ມີເນື້ອທີ່ລວມ 37,268 ຕາແມັດ, ມີມູນຄ່າລວມ 183,200,000,000 ດົ່ງ ໃນນັ້ນ ປະກອບມີທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ຈໍານວນ 179,750,000,000 ດົ່ງ ແລະ ທຶນສົມທົບຈາກຝ່າຍລັດຖະບານ ສປປ ລາວ ຈໍານວນ 3,450,000,000 ດົ່ງ. ປະກອບມີຫ້ອງຮຽນທັງໝົດ 28 ຫ້ອງ, ມີພະນັກງານຄູ-ອາຈານປະມານ 100 ຄົນ ແລະ ສາມາດຮອງຮັບນັກຮຽນໄດ້ປະມານ 1,700-2,000 ຄົນ, ເພື່ອຮອງຮັບນັກຮຽນຈາກ 5 ເມືອງຕາເວັນອອກຂອງແຂວງຄໍາມ່ວນ ປະກອບມີ: ເມືອງມະຫາໄຊ, ຍົມມະລາດ, ນາກາຍ, ບົວລະພາ ແລະ ໄຊບົວທອງ ຊຶ່ງຮັບເໝົາກໍ່ສ້າງໂດຍບໍລິສັດລົງທຶນການຄ້າ ພີເອັສຊີ ຈໍາກັດ ໂດຍຈະໃຫ້ສຳເລັດການກໍ່ສ້າງກ່ອນວັນທີ 30 ສິງຫາ 2028.

ສສ ຫວຽດນາມ ຊ່ວຍເຫຼືອສ້າງໂຮງຮຽນຊົນເຜົ່າ ຢູ່ແຂວງຄໍາມ່ວນ 179 ຕື້ກວ່າດົງ ຈະໃຫ້ສຳເລັດກ່ອນສົ່ງຮຽນ 2028-2029 · ຮູບທີ 2

ໃນໂອກາດນີ້, ທ່ານ ໝັ້ນຍືນ ຄີນສະໝອນ ໄດ້ມີຄໍາເຫັນວ່າ ການກໍ່ສ້າງໂຄງການດັ່ງກ່າວ ຊຶ່ງມີຄວາມໝາຍສໍາຄັນ ທັງຕໍ່ການພັດທະນາການສຶກສາຢູ່ແຂວງຄໍາມ່ວນ ແລະ ຕໍ່ການສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສສ ຫວຽດນາມ ເວົ້າສະເພາະແຂວງຄໍາມ່ວນ ແລະ ແຂວງກວາງຈິ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຄຸ້ມຄອງໂຄງການ ເອົາໃຈໃສ່ອໍານວຍຄວາມສະດວກ, ຊຸກຍູ້, ຕິດຕາມ ແລະ ກວດກາວຽກງານໃນແຕ່ລະໄລຍະ ເພື່ອໃຫ້ໂຄງການສໍາເລັດຕາມແຜນກໍານົດ, ຮຽກຮ້ອງໃຫ້ບໍລິສັດຜູ້ຮັບເໝົາ ປະຕິບັດຕາມສັນຍາຢ່າງເຄັ່ງຄັດ, ຮັກສາກໍານົດເວລາ, ຄຸນນະພາບ, ມາດຕະຖານທາງເຕັກນິກ ແລະ ຄວາມປອດໄພ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່