ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີ ຈິ້ນຜິງ ກຳລັງກະກຽມຄະນະນັກທຸລະກິດຈີນ ຢ້ຽມຢາມສະຫະລັດ ໃນການພົບປະກັບ ທ່ານ ໂດນັລ ທຣຳ ໃນວັນທີ 24 ກັນຍາ ເພື່ອຫາລືເລື່ອງການຄ້າ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ41 ຄັ້ງ
ທ່ານ ສີ ຈິ້ນຜິງ ກຳລັງກະກຽມຄະນະນັກທຸລະກິດຈີນ ຢ້ຽມຢາມສະຫະລັດ ໃນການພົບປະກັບ ທ່ານ ໂດນັລ ທຣຳ ໃນວັນທີ 24 ກັນຍາ ເພື່ອຫາລືເລື່ອງການຄ້າ
ADadvertisement
ADadvertisement
ADadvertisement

ໃນວັນທີ 18 ກັນຍາ 2026 ວ່າ: ຜູ້ນຳຈີນ ແລະ ສະຫະລັດ ມີກຳນົດພົບປະກັນໃນວັນທີ 24 ກັນຍາ ທີ່ນະຄອນຫຼວງວໍຊິງຕັນ ສະຫະລັດອາເມລິກາ. ໂດຍ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຈະເດີນທາງໄປຕ້ອນຮັບ ທ່ານ ສີ ຈິ້ນຜິງ ດ້ວຍຕົນເອງ ທີ່ສະໜາມບິນຖານທັບຮ່ວມ ແອນດຣູສ (Joint Base Andrews) ກ່ອນທີ່ທ່ານ ສີ ຈິ້ນຜິງ ຈະເດີນທາງໄປຍັງທຳນຽບຂາວ.

ທ່ານ ສີ ຈິ້ນຜິງ ກຳລັງກະກຽມຄະນະນັກທຸລະກິດຈີນ ຢ້ຽມຢາມສະຫະລັດ ໃນການພົບປະກັບ ທ່ານ ໂດນັລ ທຣຳ ໃນວັນທີ 24 ກັນຍາ ເພື່ອຫາລືເລື່ອງການຄ້າ

ແຫຼ່ງຂ່າວລະບຸວ່າ ບັນດາບໍລິສັດທີ່ກຳລັງຢູ່ໃນລາຍຊື່ພິຈາລະນາອາດຮ່ວມເດີນທາງກັບ ທ່ານ ສີ ຈິ້ນຜິງ ປະກອບມີ BYD, CATL ແລະ Xiaomi ລວມເຖິງບໍລິສັດອື່ນໆ ທີ່ກຳລັງປະເຊີນກັບການກວດສອບດ້ານລະບຽບການຈາກສະຫະລັດ. ແນວໃດກໍຕາມ, ລາຍຊື່ຄະນະຜູ້ບໍລິຫານທຸລະກິດດັ່ງກ່າວ ຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ.

ການທີ່ ທ່ານ ສີ ຈິ້ນຜິງ ເດີນທາງພ້ອມຄະນະນັກທຸລະກິດຈີນ ຖືເປັນການເຄື່ອນໄຫວທີ່ບໍ່ຄ່ອຍເກີດຂຶ້ນ. ໂດຍຄັ້ງລ່າສຸດທີ່ ທ່ານ ສີ ຈິ້ນຜິງ ເດີນທາງຢ້ຽມຢາມສະຫະລັດພ້ອມຄະນະຜູ້ບໍລິຫານຈາກພາກທຸລະກິດຂະໜາດໃຫຍ່ ແມ່ນໃນປີ 2015 ເຊິ່ງໃນເວລານັ້ນມີຜູ້ບໍລິຫານຈາກ Alibaba, Tencent ແລະ ບັນດາທະນາຄານຈີນ ຮ່ວມຄະນະ.

ADadvertisement
ADadvertisement
ADadvertisement

ການພົບປະລະຫວ່າງ ທ່ານ ສີ ຈິ້ນຜິງ ແລະ ທ່ານ ໂດນັລ ທຣຳ ໃນວັນທີ 24 ກັນຍາທີ່ຈະມາເຖິງນີ້ ຈະເປັນການພົບປະກັນຄັ້ງທີ 2 ຂອງທັງສອງຜູ້ນຳໃນປີນີ້. ໂດຍຄາດວ່າ ປະເດັນສຳຄັນທີ່ຈະຫາລືກັນ ຈະຄອບຄຸມທັງດ້ານການຄ້າ, ບັນຫາໄຕ້ຫວັນ, ສົງຄາມອີຣານ ແລະ ຫາລືທາງດ້ານປັນຍາປະດິດ (AI).

ໃນຂະນະດຽວກັນ ສປ ຈີນ ແລະ ສະຫະລັດ ຍັງຄົງປຶກສາຫາລືກັນໃນປະເດັນການຄ້າ ແລະ ການລົງທຶນ ລວມເຖິງການສົ່ງອອກແຮ່ຫາຍາກຂອງຈີນ ແລະ ການຜ່ອນຄາຍຂໍ້ຈຳກັດດ້ານການຄ້າ ກ່ອນການປະຊຸມສຸດຍອດທີ່ທຳນຽບຂາວ.

ການຫາລືຄັ້ງນີ້ ຈຶ່ງອາດສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງທັງສອງປະເທດ ໃນການສ້າງຊ່ອງທາງສື່ສານກ່ຽວກັບຄວາມສ່ຽງຈາກ AI ຄວບຄູ່ໄປກັບການເຈລະຈາເພື່ອຫຼຸດຜ່ອນຄວາມຕຶງຄຽດດ້ານການຄ້າ ແລະ ກະກຽມຄວາມພ້ອມສຳລັບການພົບປະລະຫວ່າງຜູ້ນຳສະຫະລັດ ແລະ ຈີນ ໃນອາທິດນີ້.

ຂ່າວ: Reuters

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່