ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໄຊຍະບູລີ ທໍາລາຍ ສົ້ມຊີ້ນຄວາຍໃສ່ໜັງໝູ ແລະ ຂຽບໝູ ທີ່ຍຶດໄດ້ຢູ່ຕະຫລາດ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ31 ຄັ້ງ
ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໄຊຍະບູລີ ທໍາລາຍ ສົ້ມຊີ້ນຄວາຍໃສ່ໜັງໝູ ແລະ ຂຽບໝູ ທີ່ຍຶດໄດ້ຢູ່ຕະຫລາດ
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າວັນທີ 18 ກັນຍາ 2026 ນີ້ ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໄຊຍະບູລີໄດ້ຈັດພິທີທຳລາຍ ຊີ້ນສ່ວນໝູ ແລະ ຜະລິດຕະພັນໝູທີ່ນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທີ່ຈໍາໜ່າຍຢູ່ບັນດາຕະຫຼາດພາຍໃນເມືອງໄຊຍະບູລີ; ເຊິ່ງຜ່ານການຕິດຕາມ, ກວດກາຕົວຈິງຂອງຄະນະສະເພາະກິດຂອງແຂວງ, ຂອງເມືອງ ແມ່ນໄດ້ກວດກາພົບເຫັນການຈໍາໜ່າຍອາຫານ ປະເພດ ສົ້ມຊີ້ນຄວາຍປະສົມໃສ່ໜັງໝູ ຈໍານວນ 1 ພາ ນໍ້າໜັກ 3 ກິໂລກຼາມ ແລະ ຄຽບໝູ ຈໍານວນ 291 ຖົງ ລວມມູນຄ່າທັງໝົດ 2,005,000 ກີບ, ສໍາລັບຊີ້ນສ່ວນ ແລະ ຜະລິດຕະພັນດັ່ງກ່າວສ່ວນໜຶ່ງແມ່ນໄດ້ນໍາເຂົ້າມາຈາກນະຄອນຫຼວງວຽງຈັນ ແລະ ອີກສ່ວນໜຶ່ງແມ່ນໄດ້ນໍາເຂົ້າມາຈາກປະເທດໄທ.

ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໄຊຍະບູລີ ທໍາລາຍ ສົ້ມຊີ້ນຄວາຍໃສ່ໜັງໝູ ແລະ ຂຽບໝູ ທີ່ຍຶດໄດ້ຢູ່ຕະຫລາດ

ພິທີດັ່ງກ່າວແມ່ນໄດ້ຈັດຂື້ນທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ທອງສະມຸດ ອຸໄລສອນ ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ມີຕາງໜ້າຈາກພະແນກກຳສິກຳ ແລະ ສີງແວດລ້ອມແຂວງ, ບັນດາທ່ານ ຫົວໜ້າ, ຮອງຫົວໜ້າໜ່ວຍງານພ້ອມດ້ວຍພະນັກງານພາຍໃນຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເຂົ້າຮ່ວມ.

ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໄຊຍະບູລີ ທໍາລາຍ ສົ້ມຊີ້ນຄວາຍໃສ່ໜັງໝູ ແລະ ຂຽບໝູ ທີ່ຍຶດໄດ້ຢູ່ຕະຫລາດ · ຮູບທີ 2

ຂ່າວ-ພາບ: ສົມພົງ ສີສະຫັວດ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່