
ຕາມຫາຄົນຮ້າຍລັກຕັດສາຍໄຟ ກໍ່ເຫດຊ້ຳ 2 ຄັ້ງ ເຈົ້າຂອງເຮືອນຂໍຄວາມຮ່ວມມື ຖ້າພົບເຫັນຊ່ວຍແຈ້ງເບາະແສ
J
ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 1:40

ວັນທີ 22 ກັນຍາ 2026 ເວລາປະມານ 04:07 ນາທີ ຊາຍໜຸ່ມ 2 ຄົນກໍ່ເຫດລັກຕັດສາຍໄຟ ຢູ່ເຮືອນປະຊາຊົນ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.


ເຫດການຄັ້ງນີ້ເປັນ ຄັ້ງທີ 2 ທີ່ເກີດຂຶ້ນໃນບໍລິເວນດັ່ງກ່າວ. ໂດຍເຫດຄັ້ງທຳອິດເກີດຂຶ້ນໃນວັນທີ 2 ກັນຍາ 2026 ເຊິ່ງໃນຄັ້ງນັ້ນມີຄົນຮ້າຍ 4 ຄົນ ໃຊ້ລົດຈັກ 2 ຄັນ ແລະ ມີລັກສະນະຄ້າຍຄຽງກັບເຫດການຄັ້ງລ່າສຸດ.
ເຈົ້າຂອງເຮືອນຜູ້ເສຍຫາຍໃຫ້ຂໍ້ມູນວ່າ: ຈາກພາບກ້ອງວົງຈອນປິດ, ໂຈນໄດ້ມານໍາກັນ ສອງຄົນ
ລັກສະນະຄົນຮ້າຍຕາມພາບ:
- ຄົນທີ 1: ເພດຊາຍ, ໃສ່ເສື້ອຍືດແຂນສັ້ນສີຄຣີມ/ເທົາ ມີສະກຣີນຕົວໜັງສືຢູ່ໜ້າອົກ, ໂສ້ງຂາສັ້ນ, ພາຍກະເປົາສີດຳ, ໃສ່ຜ້າອັດປາກສີດຳ ແລະ ໃສ່ເກີບແຕະ.
- ຄົນທີ 2: ເພດຊາຍ, ໃສ່ໝວກແກັບ, ເສື້ອແຂນຍາວລາຍ, ໂສ້ງຂາຍາວ ແລະ ໃສ່ເກີບແຕະ.


ຂໍຄວາມຮ່ວມມືຈາກປະຊາຊົນ
ຖ້າທ່ານໃດພົບເຫັນ ຫລື ຮູ້ເບາະແສບຸກຄົນທີ່ມີລັກສະນະດັ່ງກ່າວ, ສາມາດແຈ້ງຫາເຈົ້າໜ້າທີ່ຕຳຫລວດ ຫລື ແຈ້ງຫາເບີ 020 9963 9559
ທັງນີ້ ຂໍໃຫ້ຜູ້ພົບເຫັນຂໍ້ມູນຢ່າເຂົ້າໄປເຂົ້າໄປຈັບກຸມຜູ້ຕ້ອງສົງໄສດ້ວຍຕົນເອງເພື່ອຄວາມປອດໄພ ຖ້າພົບເຫັນບຸກຄົນຫນ້າສົງໄສແຈ້ງໃຫ້ເຈົ້າໜ້າທີ່ ຫຼື ຜູ້ເສຍຫາຍຊາບໂດຍໄວ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/17128
ອ່ານຕໍ່













