MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

Jenjila
ເຜີຍແຜ່: 24 ກັນຍາ 2026, 13:22
ປັບປຸງຫຼ້າສຸດ: 24 ກັນຍາ 2026, 13:22
Jen - Mahasan Post (10)

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ເຊິ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.

ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ການຮ່ວມມືເພື່ອທຳລາຍ ແລະ ກຳຈັດການຫຼອກລວງທາງອອນລາຍ” ໄດ້ຮັບການຮ່ວມມືໃນການຈັດງານໂດຍອົງການຕຳຫຼວດສາກົນ, ສຳນັກງານສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC) ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກແລະ ສູນຮ່ວມມືດ້ານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍແບບປະສົມປະສານລະຫວ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຕະຫຼອດກອງປະຊຸມ 2 ມື້, ເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານຈາກຫຼາຍກວ່າ 20 ປະເທດ ແລະ ອົງການຈັດຕັ້ງສາກົນຈະເຂົ້າຮ່ວມໃນການສົນທະນາທີ່ກວມເອົາຫົວຂໍ້ຕ່າງໆ ລວມທັງບັນຫາການຫຼອກລວງທາງອອນລາຍທີ່ເປັນບັນຫາຮີບດ່ວນລະດັບໂລກ, ຕ້ານການຫຼອກລວງທາງໄຊເບີໃນລະດັບພາກພື້ນ ແລະ ທົ່ວໂລກ, ເຕັກໂນໂລຊີ ແລະ ການປ້ອງກັນ, ການເສີມສ້າງຄວາມພ້ອມດ້ານຄວາມປອດໄພທາງໄຊເບີ ແລະ ຄວາມພະຍາຍາມຂອງແຕ່ລະປະເທດເພື່ອຕ້ານການສໍ້ໂກງ.

ກຳປູເຈຍໄດ້ດຳເນີນການປາບປາມເຄືອຂ່າຍການຫຼອກລວງທາງໄຊເບີທົ່ວປະເທດຄັ້ງໃຫຍ່ແບບບໍ່ເຄີຍມີມາກ່ອນນັບຕັ້ງແຕ່ກາງປີ 2025 ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ຟື້ນຟູພາບລັກຂອງປະເທດໃນລະດັບສາກົນ.

ອີງຕາມຂໍ້ມູນຈາກລັດຖະບານກຳປູເຈຍລະບຸວ່າ: ເຈົ້າໜ້າທີ່ໄດ້ປິດການດຳເນີນງານຫຼອກລວງທາງອອນລາຍ 663 ແຫ່ງທົ່ວປະເທດ. ລະຫວ່າງເດືອນກໍລະກົດ 2025 ເຖິງ ສິງຫາ 2026 ເຊິ່ງໃນຈຳນວນນີ້ມີ 86 ແຫ່ງຖືກລະບຸວ່າເປັນສູນການດຳເນີນງານສໍ້ໂກງຂະໜາດໃຫຍ່.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ