ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ
ADadvertisement
ADadvertisement
ADadvertisement
ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ

ໃນວັນທີ 23 ກັນຍາ 2026 ເຈົ້າໜ້າທີ່ສັດຕະວະແພດ, ພາສີ ແລະ ເຈົ້າຫນ້າທີ່ຕຳ ຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນຂົວມິດຕະພາບ 1 ໄດ້ລົງປະຕິບັດຫນ້າທີ່ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1291/ຫສນຍ, ລົງວັນທີ 10 ກັນ ຍາ 2026 ກ່ຽວກັບ ມາດຕະການຄວບຄຸມ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ໃນຂອບເຂດທົ່ວປະເທດ, ພ້ອມທັງ ແຈ້ງການຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ສະບັບເລກທີ 40/ຫວນວ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການຄວບຄຸມການລະບາດ ຂອງພະຍາດອະຫິວາໝູອາຟຣິກາ ໃນຂອບເຂດນະຄອນຫຼວງວຽງຈັນ.

ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ · ຮູບທີ 2

ຜ່ານການລົງກວດກາຕົວຈິງ ໄດ້ພົບເຫັນຜູ້ໂດຍສານ ລັກລອບນຳເຂົ້າຊີ້ນໝູ ແລະ ຜະລິດຕະພັນຈາກຊີ້ນໝູ ທີ່ຊື້ມາຈາກປະເທດເພື່ອນບ້ານ (ຝັ່ງປະເທດໄທ) ລວມນ້ຳໜັກທັງຫມົດ 685 ກິໂລກຣາມ.

ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ · ຮູບທີ 3

ພາຍຫຼັງກວດພົບ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມຜູ້ລະເມີດ ແລະ ຢຶດຂອງກາງທັງໝົດ ເພື່ອນໍາໄປທຳລາຍຖິ້ມຕາມຫຼັກວິຊາການ ໃນວັນທີ 24 ກັນຍາ 2026 ຢູ່ດ່ານກັກກັນສັດດົງໂພສີ ໂດຍມີ ທ່ານ ຈິດຕະວົງ ອິນທະວົງ ຮອງຫົວໜ້າຂະແຫນງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement
ຢຶດ ແລະ ທຳລາຍຊີ້ນໝູ ລັກລອບນຳເຂົ້າ ລວມນໍ້າຫນັກ 685 ກິໂລກຣາມ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່