MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພາຍຸນໍຣ໌ອີສເຕີ ພັດຖະຫຼົ່ມສະຫະລັດ ນ້ຳຖ້ວມ-ໄຟຟ້າດັບຫຼາຍແສນຫຼັງຄາເຮືອນ ເສຍຊີວິດແລ້ວ 1 ຄົນ ຖ້ຽວບິນກວ່າ 400 ຖ້ຽວຖືກຍົກເລີກ

ພາຍຸນໍຣ໌ອີສເຕີ ພັດຖະຫຼົ່ມສະຫະລັດ ນ້ຳຖ້ວມ-ໄຟຟ້າດັບຫຼາຍແສນຫຼັງຄາເຮືອນ ເສຍຊີວິດແລ້ວ 1 ຄົນ ຖ້ຽວບິນກວ່າ 400 ຖ້ຽວຖືກຍົກເລີກ

Jenjila
ເຜີຍແຜ່: 28 ກັນຍາ 2026, 10:56
ປັບປຸງຫຼ້າສຸດ: 28 ກັນຍາ 2026, 11:00
Jen - Mahasan Post (9)

ພາຍຸນອກລະດູການ ຫຼືທີ່ຮູ້ຈັກກັນໃນຊື່ “Nor’easter” ໄດ້ພັດຖະຫຼົ່ມພື້ນທີ່ຊາຍຝັ່ງຕາເວັນອອກສຽງເໜືອຂອງສະຫະລັດ ເຊິ່ງເປັນເຂດທີ່ມີປະຊາກອນໜາແໜ້ນ ລວມເຖິງນະຄອນນິວຢອກ, ບອສຕັນ ແລະຟິລາເດລເຟຍ ຕະຫຼອດຊ່ວງທ້າຍອາທິດຜ່ານມາ. ພາຍຸເຮັດໃຫ້ຝົນຕົກໜັກ, ລົມກະໂຊກແຮງ ແລະຄື້ນທະເລຊັດເຂົ້າຝັ່ງສູງ ສົ່ງຜົນໃຫ້ຫຼາຍແສນຄົວເຮືອນບໍ່ມີໄຟຟ້າໃຊ້ ແລະມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ.

ສຳນັກງານອຸຕຸນິຍົມແຫ່ງຊາດສະຫະລັດ (NWS) ລະບຸວ່າ ພາຍຸກຳລັງອ່ອນກຳລັງລົງ ຫຼັງຈາກສ້າງຄວາມເສຍຫາຍແລະສົ່ງຜົນກະທົບຕໍ່ພື້ນທີ່ຊາຍຝັ່ງຕາເວັນອອກມາຫຼາຍມື້. ແຕ່ຍັງຄົງມີຝົນຕົກໜັກ ແລະພາຍຸຝົນຟ້າຄະນອງເປັນໄລຍະ ຕັ້ງແຕ່ພາກໃຕ້ຂອງເຂດ New England ໄປຈົນເຖິງພາກເໜືອຂອງພາກ Mid-Atlantic ໂດຍຄາດວ່າສະພາບອາກາດຮ້າຍຈະຕໍ່ເນື່ອງໄປຈົນເຖິງວັນຈັນ.

ສູນກາງພາຍຸເຄື່ອນວົນຢູ່ນອກຊາຍຝັ່ງລັດ New Jersey ໃນຂະນະທີ່ກຸ່ມເມກແຜ່ຂຶ້ນໄປທາງເໜືອ ຄອບຄຸມພື້ນທີ່ New England. ແຮງລົມກະໂຊກສູງສຸດໃນຊ່ວງຄ່ຳວັນອາທິດຢູ່ທີ່ປະມານ 45 ໄມລ໌/ຊົ່ວໂມງ (72 ກິໂລແມັດ/ຊົ່ວໂມງ) ຫຼຸດລົງຈາກຄ່າສູງສຸດ 81 ໄມລ໌/ຊົ່ວໂມງ (ປະມານ 130 ກິໂລແມັດ/ຊົ່ວໂມງ) ທີ່ເມືອງ Montauk Point ໃນລັດ New York ກ່ອນໜ້ານີ້.

ພາຍຸເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ຄື Leighton Brown, ອາຍຸ 56 ປີ, ພະນັກງານຂອງການເຄຫະນະຄອນນິວຢອກ ເຊິ່ງຖືກຕົ້ນໄມ້ລົ້ມທັບຂະນະທີ່ກຳລັງຍ່າງຜ່ານບ່ອນຈອດລົດໃນເຂດ East Brooklyn ໃນວັນເສົາຜ່ານມາ. ເຈົ້າໜ້າທີ່ລະບຸວ່າ ໃນເວລາເກີດເຫດ ລາວກຳລັງເຮັດວຽກລ່ວງເວລາ.

ພາຍຸຍັງເຮັດໃຫ້ໄຟຟ້າດັບເປັນວົງກວ້າງ ໂດຍໃນຊ່ວງໜຶ່ງມີຜູ້ໃຊ້ໄຟຟ້າໃນພາກຕາເວັນອອກສຽງເໜືອ ແລະພາກ Mid-Atlantic ຫຼາຍກວ່າ 130,000 ຄົນ ບໍ່ມີໄຟຟ້າໃຊ້ ກ່ອນທີ່ສະຖານະການຈະຄ່ອຍໆຄືນສູ່ສະພາບປົກກະຕິ. ຂະນະດຽວກັນ ໃນນະຄອນນິວຢອກ ມີລາຍງານຕົ້ນໄມ້ຫັກລົ້ມຫຼາຍຮ້ອຍຈຸດ ແລະສາຍໄຟຟ້າໄດ້ຮັບຄວາມເສຍຫາຍ.

ດ້ານການເດີນທາງກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນກັນ ໂດຍມີຖ້ຽວບິນຈຳນວນຫຼາຍຖືກຍົກເລີກ ແລະລ່າຊ້າ. ສະໜາມບິນນານາຊາດ Logan ໃນເມືອງ Boston ຍົກເລີກຖ້ຽວບິນຈຳນວນຫຼາຍ ຂະນະທີ່ສະໜາມບິນໃນເກາະ Nantucket ແລະ Martha’s Vineyard ກໍໄດ້ຮັບຜົນກະທົບໜັກເຊັ່ນກັນ.

ພື້ນທີ່ຊາຍຝັ່ງຂອງລັດ New Jersey ແລະ New York ປະສົບນ້ຳຖ້ວມຈາກຝົນຕົກ ແລະນ້ຳທະເລໜູນສູງ. ບາງຊຸມຊົນມີນ້ຳຖ້ວມສູງຈົນປະຊາຊົນຕ້ອງໃຊ້ເຮືອຄາຍັກເດີນທາງຕາມຖະໜົນ. ຂະນະດຽວກັນ ທາງຫຼວງໝາຍເລກ 12 ຂອງລັດ North Carolina ເຊິ່ງພາດຜ່ານກຸ່ມເກາະສັນດອນຕາມແນວຊາຍຝັ່ງ ຖືກຄື້ນທະເລແລະນ້ຳທະເລຊັດເຂົ້າຝັ່ງຈົນຖະໜົນເສຍຫາຍໜັກ ແລະຕ້ອງຈັດເສັ້ນທາງເຮືອສຸກເສີນເພື່ອຊ່ວຍເຫຼືອປະຊາຊົນຢູ່ເກາະ Hatteras.

ອິດທິພົນຂອງພາຍຸຍັງເຮັດໃຫ້ກິດຈະກຳແລະການແຂ່ງຂັນກິລາຫຼາຍລາຍການຕ້ອງຍົກເລີກ ຫຼືປ່ຽນສະຖານທີ່. ລວມເຖິງງານຄອນເສີດ Global Citizen Festival ໃນນະຄອນນິວຢອກ ເຊິ່ງມີກຳນົດຈັດທີ່ Central Park ແລະຄອນເສີດຂອງ Ed Sheeran ທີ່ Gillette Stadium ໃກ້ເມືອງ Boston ເຊິ່ງຖືກຍົກເລີກເພື່ອຄວາມປອດໄພ. ນອກຈາກນີ້ ການແຂ່ງຂັນບານເຕະລະຫວ່າງ New York Red Bulls ກັບ St. Louis City SC ກໍຖືກຍົກເລີກເຊັ່ນກັນ.

“Nor’easter” ແມ່ນພາຍຸທີ່ໄດ້ຊື່ມາຈາກທິດທາງລົມ ເຊິ່ງມັກພັດມາຈາກທິດຕາເວັນອອກສຽງເໜືອ. ເຖິງແມ່ນຮູບພາບຈາກດາວທຽມຈະມີລັກສະນະຄ້າຍພາຍຸເຮີຣິເຄນ ແຕ່ກົນໄກການກໍຕົວແຕກຕ່າງກັນ. Nor’easter ມັກເກີດຈາກການປະທະກັນລະຫວ່າງອາກາດເຢັນຈາກເຂດອາກຕິກທີ່ພັດລົງມາຈາກການາດາ ກັບອາກາດທີ່ອຸ່ນກວ່າບໍລິເວນຊາຍຝັ່ງມະຫາສະໝຸດແອັດແລນຕິກ.

ພາຍຸປະເພດນີ້ມັກເກີດຂຶ້ນໃນຊ່ວງ ເດືອນກັນຍາເຖິງເດືອນເມສາ ແລະສາມາດນຳມາເຊິ່ງຝົນຕົກໜັກ, ລົມແຮງ, ຄື້ນສູງ ແລະນ້ຳທະເລໜູນສູງຮຸນແຮງ. ສ່ວນພາຍຸເຮີຣິເຄນມັກກໍຕົວໃນຊ່ວງທ້າຍລະດູຮ້ອນເຖິງຕົ້ນລະດູໃບໄມ້ລົ່ນ ແລະອາໄສພະລັງງານຈາກນ້ຳທະເລເຂດຮ້ອນທີ່ມີອຸນຫະພູມສູງ.

NWS ລະບຸວ່າ ພາຍຸຈະຄ່ອຍໆເຄື່ອນອອກຈາກຊາຍຝັ່ງ ແລະອ່ອນກຳລັງລົງໃນວັນຈັນ. ເຖິງແມ່ນບາງພື້ນທີ່ຂອງພາກຕາເວັນອອກສຽງເໜືອອາດຍັງປະສົບຝົນຕົກ ແລະລົມແຮງຕໍ່ເນື່ອງ ຂະນະທີ່ພື້ນທີ່ຊາຍຝັ່ງຍັງຕ້ອງເຝົ້າລະວັງນ້ຳຖ້ວມໃນຊ່ວງນ້ຳຂຶ້ນສູງ.

ທີ່ມາ: BBC / AFP

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ