ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທົ່ວປະເທດ ພົບຜູ້ຕິດເຊື້ອ HIV ທັງໝົດ 26,693 ຄົນ ຈາກການກວດ 1,8 ລ້ານກວ່າຄົນ ເສຍຊີວິດແລ້ວ 6,335 ຄົນ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ49 ຄັ້ງ
ທົ່ວປະເທດ ພົບຜູ້ຕິດເຊື້ອ HIV ທັງໝົດ 26,693 ຄົນ ຈາກການກວດ 1,8 ລ້ານກວ່າຄົນ ເສຍຊີວິດແລ້ວ 6,335 ຄົນ
ADadvertisement
ADadvertisement
ADadvertisement

ສູນຕ້ານເອດ ແລະ ພຕພ ລາຍງານວັນທີ 26 ກັນຍາ 2026 ວ່າ: ຈາກຂໍ້ມູນລາຍງານ ທົ່ວປະເທດ ນັບແຕ່ປີ 1990 ຫາ ເດືອນສິງຫາ 2026 ມີຜູ້ເຂົ້າຮັບການກວດເລືອດຫາເຊື້ອ HIV ສະສົມທັງໝົດ 1,835,988 ຄົນ ໃນນັ້ນ, ພົບຜູ້ຕິດເຊື້ອ HIV 26,693 ຄົນ (ຄິດເປັນປະມານ 1.45% ຂອງຜູ້ທີ່ເຂົ້າມາກວດ). ຂະນະດຽວກັນ ພົບວ່າມີຜູ້ພັດທະນາເປັນພະຍາດເອດສະສົມ 7,975 ຄົນ ແລະ ອັດຕາການເສຍຊີວິດທັງໝົດ 6,335 ຄົນ.

ຈາກສະຖິຕິດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການສົ່ງເສີມການກວດເລືອດຊອກຫາການຕິດເຊື້ອ ແລະ ການເຂົ້າເຖິງຢາຢັບຢັ້ງເຊື້ອ HIV (ART) ໃຫ້ໄວ ເພື່ອຫລຸດຜ່ອນອັດຕາການພັດທະນາໄປເປັນພະຍາດເອດ ແລະ ຫລຸດຜ່ອນອັດຕາການເສຍຊີວິດ.

ປະຈຸບັນ, ຍັງເຫັນວ່າຜູ້ທີ່ເຂົ້າມາຮັບການກວດເລືອດສ່ວນຫລາຍແມ່ນມີອາການ ຫລື ເຂົ້າສູ່ໄລຍະທີ່ພະຍາດດຳເນີນໄປແລ້ວ ຈຶ່ງເຂົ້າມາກວດ ຊຶ່ງມັນເຮັດໃຫ້ການປິ່ນປົວໃຊ້ເວລາດົນ ຖ້າກໍລະນີເປັນຮ້າຍແຮງກໍ່ບໍ່ສາມາດຊ່ວຍທັນເວລາໄດ້.

ADadvertisement
ADadvertisement
ADadvertisement

ທີ່ມາ: ສູນຕ້ານເອດ ແລະ ພຕພ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່