ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປິດແລ້ວ! ສູນປະຕິບັດທຳຫຼັກ 38 ປະກາດຢຸດກິດຈະກຳ ຫຼັງຮັບຮູ້ຂໍ້ຕົກລົງຢ່າງເປັນທາງການ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ64 ຄັ້ງ
ປິດແລ້ວ! ສູນປະຕິບັດທຳຫຼັກ 38 ປະກາດຢຸດກິດຈະກຳ ຫຼັງຮັບຮູ້ຂໍ້ຕົກລົງຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement

ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 874/ຄປນວ, ລົງວັນທີ 24 ກັນຍາ 2026 ວ່າດ້ວຍການຍົກເລີກ ແລະ ໂຈະການເຄື່ອນໄຫວຂອງ ສູນປະຕິບັດທຳ ຫຼັກ 38 ເຊິ່ງຕັ້ງຢູ່ບ້ານ ສ້າງໃສ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ.

ປິດແລ້ວ! ສູນປະຕິບັດທຳຫຼັກ 38 ປະກາດຢຸດກິດຈະກຳ ຫຼັງຮັບຮູ້ຂໍ້ຕົກລົງຢ່າງເປັນທາງການ

ວັນທີ 25 ກັນຍາ 2026 ນີ້, ທາງຄະນະກໍາມະການປົກຄອງເມືອງ ປາກງື່ມ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ, ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ເຊີ່ງປະກອບມີ ຄະນະກໍາມະການປົກຄອງເມືອງ ປາກງື່ມ, ກຳລັງ ປກສ – ປກຊ ເມືອງ, ຄະນະກໍາມະການປົກຄອງຕາແສງ ນາຊອນ, ບ້ານ ສ້າງໃສ ແລະ ບ້ານ ໜອງບົວທອງ. ພ້ອມທັງ ໄດ້ລົງຈັດຕັ້ງປະຕິບັດງານຕົວຈິງ ໃນການປິດ ແລະ ໂຈະການເຄື່ອນໄຫວກິດຈະກໍາຕ່າງໆ ໃນບໍລິເວນສູນປະຕິບັດທໍາຫຼັກ 38 ຢ່າງເປັນທາງການ ໃນວັນທີ 26 ກັນຍາ 2026.

ໃນການລົງປະຕິບັດງານຄັ້ງນີ້, ຄະນະກຳມະການ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 874/ຄປນວ ແລະ ຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ ໃຫ້ (ທ່ານ ນ. ທອງແກ້ວ ຊຸມພົນພັກດີ ຜູ້ນໍາສູນປະຕິບັດທຳຫຼັກ 38, ຜູ້ປະກາດຕົນເປັນພຣະສີອະຣິຍະເມຕໄຕຣ) ພ້ອມດ້ວຍຄະນະ ແລະ ຜູ້ທີ່ມາປະຕິບັດທໍາຢູ່ສູນໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບ ເນື້ອໃນຂໍ້ຕົກລົງ.

ADadvertisement
ADadvertisement
ADadvertisement
ປິດແລ້ວ! ສູນປະຕິບັດທຳຫຼັກ 38 ປະກາດຢຸດກິດຈະກຳ ຫຼັງຮັບຮູ້ຂໍ້ຕົກລົງຢ່າງເປັນທາງການ · ຮູບທີ 2

ຜ່ານການຮັບຟັງຂໍ້ຕົກລົງດັ່ງກ່າວ ທ່ານ ນ. ທອງແກ້ວ ຊຸມພົນພັກດີ ພ້ອມຄະນະ ກໍໄດ້ໃຫ້ການຍອມຮັບ ແລະ ຍິນຍອມ ປະຕິບັດຕາມຂໍ້ຕົກລົງຂອງທາງການ. ເຊິ່ງພາຍຫຼັງມີການຍອມຮັບປິດສູນປະຕິບັດທຳຫຼັກ 38 ແລ້ວ, ຄະນະກຳມະການໄດ້ອຳນວຍຄວາມສະດວກໃຫ້ຜູ້ມາປະຕິບັດທໍາ ແລະ ຄະນະໄດ້ເດີນທາງກັບເຮືອນຊານຂອງຕົນເອງຢ່າງປອດໄພ.

ໂດຍລວມແລ້ວ ການລົງຈັດຕັ້ງປະຕິບັດງານຂອງຄະນະກຳມະການໃນຄັ້ງນີ້ ແມ່ນສາມາດຮັກ ສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ 100%.

ຂໍ້ມູນ: ໂທລະພາບນະຄອນຫລວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 64 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່