ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນເຝົ້າລະວັງນໍ້າຖ້ວມ! ເຂື່ອນໄຟຟ້າເຊກະໝານ1 ຈະປ່ອຍນໍ້າ ເລີ່ມວັນທີ 2 ຕຸລາ 2026

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ58 ຄັ້ງ
ເຕືອນເຝົ້າລະວັງນໍ້າຖ້ວມ! ເຂື່ອນໄຟຟ້າເຊກະໝານ1 ຈະປ່ອຍນໍ້າ ເລີ່ມວັນທີ 2 ຕຸລາ 2026
ADadvertisement
ADadvertisement
ADadvertisement

ວັນທີ 28 ກັນຍາ 2026 ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຊານໄຊ ແຂວງອັດຕະປື, ອອກແຈ້ງການຈະມີການປ່ອຍນໍ້າ ເຂື່ອນໄຟຟ້າເຊກະໝານ1 ເພື່ອໃຫ້ພໍ່ແມ່ປະຊາຊົນ ຕະຫລອດ ຮອດພະນັກງານ – ລັດຖະກອນ ທີ່ອາໄສຢູ່, ທຳການຜະລິດ ແລະ ຊອກຢູ່ຫາກິນຕາມລໍາ ເຊຂະໝານ ຢູ່ຕອນລຸ່ມຂອງເຂື່ອນໄຟຟ້າເຊກະໝານ1 ແລະ ເຊກະໝານ 0.

ແຈ້ງເຖິງຄະນະກຳມະການປົກຄອງຕາແສງຄໍາເບໄຊ, ບ້ານຫີນດໍາດອນແຄນ, ບ້ານຕາດກຸ່ມ ແລະ ບ້ານໃໝ່ນາກອກ ພ້ອມດ້ວຍພໍ່ແມ່ປະຊາຊົນ ທີ່ອາໄສຢູ່ ແລະ ທຳການຜະລິດຢູ່ລຸ່ມ ເຂື່ອນໄຟຟ້າເຊຂະໝານ1 ແລະ ເຊຂະໝານ 0. ໃຫ້ເຝົ້າລະວັງໃນການຊອກຢູ່ຫາກິນຕາມຫ້ວຍນໍ້າ – ລໍາເຊ ທີ່ໃກ້ ຄຽງກັບລຳເຊຂະໝານ. ເນື່ອງຈາກວ່າ ທາງບໍລິສັດໄຟຟ້າເຂື່ອນເຊຂະໝານ 1 ຈະມີການປ່ອຍນໍ້າຜ່ານຝາຍນໍ້າລົ້ນ.

ໃນເວລາ 9:00 ໂມງ ຂອງວັນທີ 25/9/2026 ລະດັບນໍ້າຂອງອ່າງເກັບນໍ້າ ເຂື່ອນໄຟຟ້າເຊກະໝານ 1 ແມ່ນ ຢູ່ທີ່ລະດັບ 229,25 ແມັດ, ປະລິມານນໍ້າໄຫຼ່ເຂົ້າອ່າງສະເລ່ຍໃນອາທິດຜ່ານມາບັນລຸ 395 ແມັດກ້ອນ/ວິນາທີ. (ເນື່ອງຈາກສະພາບອາກາດຢູ່ເຂດໂຄງການ ເຂື່ອນໄຟຟ້າເຊກະໝານ 1 ຄາດວ່າຈະມີຝົນຕົກໃນວັນຂ້າງໜ້າ). ເພື່ອຮັບ ປະກັນທາງດ້ານຄວາມປອດໄພ ໃຫ້ແກ່ໂຄງການ ແລະ ພໍ່ແມ່ປະຊາຊົນຜູ້ທີ່ດຳລົງຊີວິດຢູ່ຕອນລຸ່ມເຂື່ອນໄຟຟ້າເຊຂະໝານຊານໄຊ.

ADadvertisement
ADadvertisement
ADadvertisement

ໃນວັນທີ 2/10/2026 ຈະເລີ່ມດໍາເນີນການລະບາຍນໍ້າຜ່ານຝ່າຍປະຕູນໍ້າລົ້ນໂດຍມີລະອຽດດັ່ງນີ້:

1. ປະລິມານນໍ້າ ປ່ອຍຜ່ານຝ່າຍນໍ້າລົ້ນ 60 ແມັດກ້ອນ/ວິນາທີ

2. ປະລິມານນໍ້າຜ່ານກັງຫັນຜະລິດໄຟຟ້າ 320 ແມັດກ້ອນ/ວິນາທີ

3. ລວມປະມານປ່ອຍນໍ້າລົງຕອນລຸ່ມ 380 ແມັດກ້ອນ/ວິນາທີ

ເຕືອນເຝົ້າລະວັງນໍ້າຖ້ວມ! ເຂື່ອນໄຟຟ້າເຊກະໝານ1 ຈະປ່ອຍນໍ້າ ເລີ່ມວັນທີ 2 ຕຸລາ 2026
ເຕືອນເຝົ້າລະວັງນໍ້າຖ້ວມ! ເຂື່ອນໄຟຟ້າເຊກະໝານ1 ຈະປ່ອຍນໍ້າ ເລີ່ມວັນທີ 2 ຕຸລາ 2026 · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່