ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງສະຫວັນນະເຂດ ມ້າງແກ້ງສະແກມເມີ ແລະ ກຸ່ມຊື້-ຂາຍໃບກະທ້ອມ ລາຍໃຫຍ່

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ31 ຄັ້ງ
ປກສ ແຂວງສະຫວັນນະເຂດ ມ້າງແກ້ງສະແກມເມີ ແລະ ກຸ່ມຊື້-ຂາຍໃບກະທ້ອມ ລາຍໃຫຍ່
ADadvertisement
ADadvertisement
ADadvertisement

ໃນວັນທີ 28 ກັນຍາ 2026 ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ ແລະ ສະຖານທີ່ເປົ້າໝາຍ ຫຼັງສືບຮູ້ວ່າມີການເຄື່ອນໄຫວອາຊະຍາກໍາທາງອິນເຕີເນັດ ຫຼື ສະແກມເມີ ແລະ ເຄື່ອນໄຫວຊື້-ຂາຍ ໃບກະທ້ອມ.

ຜ່ານການລົງກວດຄົ້ນຕົວຈິງຢູ່ 2 ຈຸດ ເປົ້າໝາຍ, ເຈົ້າໜ້າທີ່ສາມາດກັກຕົວຜູ້ຕ້ອງສົງໄສ ແລະ ຢຶດຂອງກາງໄດ້ເປັນຈໍານວນຫຼວງຫຼາຍ ດັ່ງນີ້:

ຈຸດທີ 1 (ເຮືອນເຊົ່າ ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ): ເຊິ່ງເປັນຈຸດເຄື່ອນໄຫວອາຊະຍາກໍາທາງອິນເຕີເນັດ. ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກສົງໄສທັງໝົດ 15 ຄົນ (ສັນຊາດຈີນ 14 ຄົນ ແລະ ສັນຊາດລາວ 1 ຄົນ); ພ້ອມທັງຢຶດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ປະກອບມີ: ຄອມພິວເຕີຕັ້ງໂຕະ 38 ເຄື່ອງ ແລະ ໂທລະສັບສະມາດໂຟນ 41 ເຄື່ອງ.

ADadvertisement
ADadvertisement
ADadvertisement
ປກສ ແຂວງສະຫວັນນະເຂດ ມ້າງແກ້ງສະແກມເມີ ແລະ ກຸ່ມຊື້-ຂາຍໃບກະທ້ອມ ລາຍໃຫຍ່

ຈຸດທີ 2 (ເຮືອນຫ້ອງແຖວໃຫ້ເຊົ່າ ບ້ານສະໜາມໄຊນະຄອນໄກສອນພົມວິຫານ): ເຊິ່ງເປັນຈຸດເຄື່ອນໄຫວຊື້-ຂາຍ ໃບກະທ້ອມ ແລະ ນໍ້າຢາດີໄອ. ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືດສົງໄສ 2 ຄົນ (ສັນຊາດລາວ ທັງສອງຄົນ, ຍິງ 1 ຄົນ); ພ້ອມຢຶດຂອງກາງ ໃບກະທ້ອມ ຈໍານວນ 3 ກະສອບໃຫຍ່ ກັບ 134 ຖົງນ້ອຍ, ນໍ້າຢາດີໄອ (Lean) ຈໍານວນ 22.963 ຂວດ ແລະ ລົດໃຫຍ່ 1 ຄັນ.

ປກສ ແຂວງສະຫວັນນະເຂດ ມ້າງແກ້ງສະແກມເມີ ແລະ ກຸ່ມຊື້-ຂາຍໃບກະທ້ອມ ລາຍໃຫຍ່ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ ກຳລັງດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອນໍາຕົວຜູ້ກະທໍາຜິດ ແລະ ຜູ້ຮ່ວມຂະບວນການ ມາລົງໂທດຕາມຂັ້ນຕອນຂອງກົດໝາຍຢ່າງເຄັ່ງຮ້ອນ.

ຂ່າວ: ປກສ ແຂວງສະຫວັນນະເຂດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່