MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ-ອາເມຣິກາ ເສີມສ້າງການພົວພັນ ມຸ່ງສູ່ການຮ່ວມມື

ຈີນ-ອາເມຣິກາ ເສີມສ້າງການພົວພັນ ມຸ່ງສູ່ການຮ່ວມມື

Jenjila
ເຜີຍແຜ່: 29 ກັນຍາ 2026, 09:58
ປັບປຸງຫຼ້າສຸດ: 29 ກັນຍາ 2026, 10:04
Jen - Mahasan Post (24)

ຂປລ. ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມອາເມຣິກາ ທາງລັດຖະກິດໃນລະຫວ່າງວັນທີ 23-25 ກັນຍາ 2026. ໃນໄລຍະຢ້ຽມຢາມ, ປະມຸກລັດຂອງສອງປະເທດ ໄດ້ແລກປ່ຽນຄໍາເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງຕໍ່ບັນຫາຍຸດທະສາດ ແລະ ສະພາບລວມກ່ຽວກັບການພົວພັນລະຫວ່າງ ຈີນ-ອາເມຣິກາ ກໍຄືທ່າອຽງລວມຂອງໂລກ ໂດຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ 8 ຂໍ້, ໃນນັ້ນ, ໝາກຜົນທາງດ້ານການເມືອງທີ່ສໍາຄັນແມ່ນໄດ້ເພີ່ມເນື້ອໃນທີ່ອຸດົມສົມບູນໃຫ້ແກ່ການວາງຕໍາແໜ່ງໃໝ່ຂອງການພົວພັນສອງປະເທດຕື່ມອີກ ເຊິ່ງສອງຝ່າຍເຫັນດີທີ່ຈະສ້າງ “ການພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນລະຫວ່າງ ຈີນ-ອາເມຣິກາ ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະກັນ, ຍຸຕິທຳ ແລະສະເໝີພາບກັນ” ຖືເປັນການສະໜອງການຊີ້ນໍາຍຸດທະສາດທີ່ຈະແຈ້ງກວ່າເກົ່າສໍາລັບ ຈີນ ແລະ ອາເມຣິກາ ເພື່ອຄົ້ນຫາເສັ້ນທາງປະຕິບັດຕໍ່ກັນລະຫວ່າງປະເທດໃຫຍ່.

ນີ້ເປັນການຢ້ຽມຢາມອາເມຣິກາ ທາງລັດຖະກິດອີກເທື່ອໜຶ່ງຂອງທ່ານ ປະທານ ສີຈິ້ນຜິງ ໃນຮອບ 11 ປີ ກໍຄືພາຍຫລັງການຢ້ຽມຢາມໃນປີ 2015. ການທີ່ປະມຸກລັດສອງປະເທດ ຢ້ຽມຢາມເຊິ່ງກັນ ແລະກັນພາຍໃນເວລາເຄິ່ງປີໄດ້ສ້າງປະຫວັດສາດແຫ່ງການພົວພັນລະຫວ່າງ ຈີນ-ອາເມຣິກາ. ທ່ານ ໂດນັນ ທຣໍາ ໄດ້ໃຊ້ຄໍາວ່າ “ຍິ່ງໃຫຍ່” ຫລາຍຄັ້ງ ເຊັ່ນ: “ທ່ານ ປະທານ ສີຈິ້ນຜິງ ເປັນຜູ້ນໍາທີ່ຍິ່ງໃຫຍ່” “ນີ້ແມ່ນຂະນະທີ່ຍິ່ງໃຫຍ່” “ນີ້ແມ່ນການຢ້ຽມຢາມທີ່ຍິ່ງໃຫຍ່”… ນອກນີ້, ທ່ານ ໂດນັນ ທຣໍາ ຍັງໄດ້ມອບຄວາມສຸພາບຮຽບຮ້ອຍໃນລະດັບສູງສຸດເປັນຕົ້ນແມ່ນທ່ານ ໄດ້ໄປຕ້ອນຮັບທ່ານ ສີຈິ້ນຜິງ ຢູ່ສະໜາມບິນ, ສິ່ງເຫລົ່ານີ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ອາເມຣິກາ ເຄົາລົບທ່ານ ປະທານ ສີຈິ້ນຜິງ ຢ່າງເຕັມທີ່ ແລະ ໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການພົວພັນລະຫວ່າງ ອາເມຣິກາ-ຈີນ.

ໃນການຢ້ຽມຢາມຄັ້ງນີ້, ຈີນ ແລະ ອາເມຣິກາ ຍັງໄດ້ບັນລຸໝາກຜົນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດເສດຖະກິດ-ການຄ້າ. ກ່ອນການຢ້ຽມຢາມ, ທີມງານເສດຖະກິດ-ການຄ້າຂອງສອງຝ່າຍໄດ້ຈັດການປຶກສາຫາລືຮອບໃໝ່ ແລະໄດ້ບັນລຸການຈັດວາງຮ່ວມຫລ້າສຸດ, ລວມເຖິງການສ້າງ ແລະ ຊຸກຍູ້ສະພາການຄ້າ ແລະ ສະພາການລົງທຶນ, ສ້າງຕັ້ງທີມງານກະສິກໍາ, ຫລຸດການເກັບພາສີເທົ່າທຽມກັນໃນມູນຄ່າ 30 ຕື້ໂດລາ, ແກ່ຍາວເວລາການປະຕິບັດຜົນການປຶກສາຫາລືດ້ານເສດຖະກິດການຄ້າລະຫວ່າງ ຈີນ-ອາເມຣິກາ ທີ່ກົວລາລຳເປີ ປະເທດມາເລເຊຍ ທີ່ສອງຝ່າຍບັນລຸໃນປີ 2025 ແລະ ອື່ນໆ.

ຫວ່າງມໍ່ໆມານີ້, ພາຍໃຕ້ກົນໄກປຶກສາຫາລືດ້ານເສດຖະກິດການຄ້າລະຫວ່າງ ຈີນ-ອາເມຣິກາ, ສອງຝ່າຍໄດ້ດໍາເນີນການສົນທະນາກ່ຽວກັບປັນຍາປະດິດເປັນເທື່ອທໍາອິດ. ໃນທ່າມກາງການພົບປະລະຫວ່າງປະມຸກລັດຂອງ ຈີນ-ອາເມຣິກາ ຄັ້ງນີ້, ສອງຝ່າຍໄດ້ຕົກລົງກ່ຽວກັບການນໍາໃຊ້ກົນໄກສົນທະນາດ້ານປັນຍາປະດິດ ຈີນ-ອາເມຣິກາ ໃຫ້ດີ, ດໍາເນີນການແລກປ່ຽນກ່ຽວກັບຄວາມສ່ຽງ ແລະ ຜົນປະໂຫຍດຂອງປັນຍາປະດິດ ເພື່ອຮ່ວມກັນປ້ອງກັນບໍ່ໃຫ້ປັນຍາປະດິດຖືກນໍາໃຊ້ເກີນຂອບເຂດ ແລະ ຖືກນໍາໃຊ້ໄປໃນທາງລົບ.

ໃນໄລຍະຢ້ຽມຢາມ, ທ່ານ ປະທານ ສີຈິ້ນຜິງ ໄດ້ປະກາດວ່າ: ຈີນ ຈະເຊີນຊາວໜຸ່ມ ແລະ ເຍົາວະຊົນອາເມຣິກາ 1 ແສນຄົນມາແລກປ່ຽນ ແລະ ທັດສະນະສຶກສາຢູ່ຈີນ ໃນໄລຍະ 5 ປີຕໍ່ໜ້າ, ພ້ອມທັງປະກາດສົ່ງໝີແພນດ້າ “ຜິງຜິງ” ແລະ “ຝູສ່ວງ” ໄປຢູ່ສວນສັດແອດແລນຕາ (Zoo Atlanta) ຂອງອາເມຣິກາ. ການເຊື່ອມຄວາມສໍາພັນໄມຕີລະຫວ່າງ ປະຊາຊົນໄດ້ສະໜອງກໍາລັງແຮງອັນໜັກແໜ້ນ ແລະ ແຮງຂັບເຄື່ອນໃຫ້ແກ່ການພັດທະນາການພົວພັນລະຫວ່າງ ຈີນ-ອາເມຣິກາ ຢ່າງຕໍ່ເນື່ອງ.

ໃນຖານະເປັນການພົວພັນສອງຝ່າຍທີ່ສໍາຄັນທີ່ສຸດຂອງໂລກໃນປັດຈຸບັນ, ການພົວພັນລະຫວ່າງ ຈີນ-ອາເມຣິກາ ບໍ່ພຽງແຕ່ໄດ້ແບກຫາບຄວາມຜາສຸກຂອງປະຊາຊົນສອງຊາດ 1 ຕື້ 700 ລ້ານກວ່າຄົນເທົ່ານັ້ນ, ຍັງໄດ້ແບກຫາບໜ້າທີ່ປະຫວັດສາດແຫ່ງການຊຸກຍູ້ການພັດທະນາ ແລະ ຄວາມກ້າວໜ້າຂອງມວນມະນຸດອີກດ້ວຍ. ຈາກການແລກປ່ຽນຄວາມເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ສຳຄັນ ເປັນຕົ້ນແມ່ນສະຖານະການໃນພາກພື້ນຕາເວັນອອກກາງ, ວິກິດການອູແກຣນ ແລະ ບັນຫາແຫລມເກົາຫລີ, ຮອດການຢືນຢັນກ່ຽວກັບການສະໜັບສະໜູນເຊິ່ງກັນ ແລະ ກັນໃນການເປັນເຈົ້າພາບຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດພາກພື້ນ ອາຊີ-ປາຊີຟິກ ຫລື APEC 2026 ແລະ ກອງປະຊຸມສຸດຍອດກຸ່ມ 20 ປະເທດ ຫລື G20 ໃຫ້ດີ, ການພົບປະລະຫວ່າງ ປະມຸກລັດຈີນ ແລະ ອາເມຣິກາ ຄັ້ງນີ້ໄດ້ເພີ່ມຄວາມແນ່ນອນ ແລະ ຄວາມຄາດຫວັງຫລາຍກວ່າເກົ່າໃຫ້ແກ່ທົ່ວໂລກ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ