MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງພູກູດເປີດຫ້ອງທົດລອງ ຈຸດຈ່າຍຢາ ຕ້ານໄວຣັສ ເອັຈໄອວີ

ເມືອງພູກູດເປີດຫ້ອງທົດລອງ ຈຸດຈ່າຍຢາ ຕ້ານໄວຣັສ ເອັຈໄອວີ

Jenjila
ເຜີຍແຜ່: 29 ກັນຍາ 2026, 11:48
ປັບປຸງຫຼ້າສຸດ: 29 ກັນຍາ 2026, 11:48
Jen - Mahasan Post (4)

ຫ້ອງການສາທາລະນະສຸກ ເມືອງພູກູດ ແຂວງຊຽງຂວາງ ໄດ້ເປີດຫ້ອງທົດລອງ (POC) ຈຸດຈ່າຍຢາ ARV (ຢາຕ້ານໄວຣັສ ທີ່ໃຊ້ສຳລັບຄວບຄຸມ ແລະ ປິ່ນປົວເຊື້ອ ເອັຈໄອວີ (HIV) ບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງໃນຮ່າງກາຍ) ໃນທ້າວອາທິດຜ່ານມາ ໂດຍການເປັນປະທານຂອງທ່ານ ດຣ. ນາງ ຈັນດີ ນະວິໄຊ ຫົວໜ້າຫ້ອງການສາທາລະນະສຸກ ເມືອງພູກູດ, ມີຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ, ປກສ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ແລະ ກອງເລຂາຕ້ານເອດຂັ້ນເມືອງ, ພ້ອມທັງຜ່ານບົດລາຍງານກຽມຄວາມພ້ອມເປີດໃຫ້ບໍລິການຈຸດຈ່າຍຢາ POC ຕ້ານໄວຣັດ HIV ແລະ ໄດ້ສະເໜີຂັ້ນຕອນການປະຕິບັດ, ຊອກຄົ້ນຫາກໍລະນີໃໝ່ຕາມກຸ່ມເປົ້າໝາຍ, ການກະກຽມຄົນເຈັບເພື່ອປິ່ນປົວດ້ວຍຢາ ກ່ອນທີ່ຄົນເຈັບຈະເລີ່ມການປິ່ນປົວດ້ວຍຢາ ARV, ໃຫ້ຄໍາປຶກສາກ່ອນ ແລະ ຫລັງກວດເລືອດຊອກຫາເຊື້ອ HIV ການກະກຽມຄົນເຈັບເພື່ອປິ່ນປົວດ້ວຍຢາ ARV, ການກວດຫາເຊື້ອ HIV, ວິທີການກິນຢາ ແລະ ສູດຢາຕ່າງໆ, ຂະບວນການນັດມາກວດຄືນ ແລະ ສືບຕໍ່ຢາ. ຈຸດປະສົງເພື່ອຄັດກອງຄົນເຈັບ, ຊອກຄົ້ນຫາກໍລະນີໃໝ່ໃຫ້ໄດ້ຮັບການປິ່ນປົວ, ໃຫ້ຄຳປືກສາກ່ອນ ແລະ ຫລັງການກວດ, ການບັນທຶກຂໍ້ມູນບົ່ງມະຕິຜູ້ຕິດເຊື້ອ HIV ແລະ ໃຫ້ການປິ່ນປົວດ້ວຍຢາ ARV ບົ່ງມະຕິທາງດ້ານວິເຄາະໃຫ້ໄດ້ຄວາມຖືກຕ້ອງ, ການເກັບຮັກສາຢາ, ບໍລິຫານຢາໃຫ້ເກີດປະໂຫຍດສູງສຸດ.

ໂອກາດນີ້, ທ່ານ ດຣ. ນາງ ຈັນດີ ນະວິໄຊ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງເປັນກະບອກສຽງ ເພື່ອນຳເອົາເນື້ອໃນກອງປະຊຸມໄປເຜີຍແຜ່ ໃນກົມກອງຂອງຕົນ ແລະ ໄປເຜີຍແຜ່ໃຫ້ກຸ່ມຄົນທີ່ມີພຶດຕິກຳສ່ຽງຕໍ່ກັບການຕິດເຊື້ອພະຍາດ HIV, ຮູ້ວິທີປ້ອງກັນພະຍາດ ຕິດຕໍ່ທາງເພດສຳພັນ HIV ເພື່ອໃຫ້ໄດ້ຢາ ແລະ ຮັບການປິ່ນປົວໃຫ້ທັນເວລາ ແລະ ຢັບຢັ້ງພະຍາດດັ່ງກ່າວ ເພື່ອບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ.

ຂ່າວ: ອ້ຽງຄຳ ຈັນທະພອນ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ