MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັດຕາເງິນເຟີ້ ຂອງ ສປປ ລາວ ເດືອນກັນຍາ 2026 ແມ່ນສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ທີ່ ລະດັບ 7.8%

ອັດຕາເງິນເຟີ້ ຂອງ ສປປ ລາວ ເດືອນກັນຍາ 2026 ແມ່ນສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ທີ່ ລະດັບ 7.8%

kaling
ເຜີຍແຜ່: 29 ກັນຍາ 2026, 11:53
ປັບປຸງຫຼ້າສຸດ: 29 ກັນຍາ 2026, 11:53
Copy of pele - 2026-09-29T115021.199

ໃນນັ້ນ, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມ ຂຶ້ນ 30.7%; ໝວດການສຶກສາ ເພີ່ມຂຶ້ນ 18.8%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 13.6%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 11.1%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 9.5%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 7.6%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 6.6%.

ສໍາລັບອັດຕາເງິນເຟີ້ສະເລ່ຍ 9 ເດືອນ 2026 ແມ່ນຢູ່ໃນລະດັບ 7.9% (9 ເດືອນ 2025 ແມ່ນ 8.8%). ໃນນັ້ນ, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 23.6%, ພົ້ນເດັ່ນແມ່ນລາຄາ ໄຟຟ້າ ນໍ້າປະປາ, ເຫຼັກເສັ້ນ, ຫີນແຮ່, ດິນບ່ອກ, ດິນຈີ່; ໝວດ ການສຶກສາ ເພີ່ມຂຶ້ນ 12.9% ພົ້ນເດັ່ນແມ່ນລາຄາ ຄ່າຮຽນ ມັດທະຍົມ, ຄ່າຮຽນປະຖົມ, ເຄື່ອງແບບນັກຮຽນ, ປື້ມຫຼັກສູດການຮຽນ; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂື້ນ 12.7%, ພົ້ນເດັ່ນແມ່ນລາຄາຢາ, ການບໍລິການຄົນເຈັບພາຍນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ; ໝວດ ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 11.9% ພົ້ນເດັ່ນແມ່ນ ນໍ້າມັນເຊື້ອໄຟ, ການບໍລິການຂົນສົ່ງພາຫະນະການ ຂົນສົ່ງ; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 9.7% ພົ້ນເດັ່ນແມ່ນລາຄາຢາສູບ, ເບຍ, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.6% ພົ້ນເດັ່ນແມ່ນລາຄາອາຫານສຸກ ເຊັ່ນ ປີ້ງປາ, ປີ້ງໄກ່, ລາບຊີ້ນງົວ, ເຂົ້າປຽກ, ເຝີ, ເຂົ້າຜັດ ແລະ ເຄື່ອງດື່ມ. ສໍາລັບໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 26.9% ຕົ້ນຕໍແມ່ນລາຄາຄໍາ.

ສາເຫດທີ່ພາໃຫ້ອັດຕາເງິນເຟີ້ ໃນ 9 ເດືອນປີ 2026 ເພີ່ມຂຶ້ນ ຕົ້ນຕໍແມ່ນມາຈາກ

(1) ສະພາບຄວາມຂັດ ແຍ່ງ ຢູ່ຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນປັບຕົວສູງຂຶ້ນ ແລະ ສົ່ງຜົນໃຫ້ລາຄານໍ້າມັນຢູ່ ສປປ ລາວປັບຂຶ້ນຕາມ ການເພີ່ມຂຶ້ນຂອງລາຄານໍາເຂົ້າ,

(2) ການປັບເພີ່ມຂຶ້ນລາຄາໄຟຟ້າ ແລະ ນໍ້າປະປາ,

(3) ການປັບເພີ່ມຂຶ້ນຂອງບາງ ສິນຄ້າຕາມລະດູການ,

(4) ກົນໄກໃນການຕິດຕາມການປັບຂຶ້ນ ແລະ ປັບລົງຂອງລາຄາສິນຄ້າຕາມການເພີ່ມຂຶ້ນ ແລະ ຫລຸດລົງ ຂອງຕົ້ນທຶນສິນຄ້າ ແລະ ບໍລິການຢູ່ພາຍໃນ ຍັງບໍ່ທັນເຂັ້ມງວດ.

ພ້ອມກັນນັ້ນ, ສະເພາະເດືອນກັນຍາ ນີ້ ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາສິນຄ້າແມ່ນມາຈາກ ລາຄານໍ້າມັນ, ການປັບເພີ່ມຂຶ້ນຂອງລາຄາສິນຄ້າ ແລະບໍລິການໃນໝວດການສຶກສາ ໃນສົກຮຽນໃໝ່ ແລະ ການປັບລາຄາສິນຄ້າຕາມລະດູການ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ