ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງສີໂຄດຕະບອງ ເຂັ້ມງວດ ລົງກວາດລ້າງ ແລະ ເກັບມ້ຽນລົດຈັກໄຟຟ້າຈອດຊະຊາຍ ກີດຂວາງທາງ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ເມືອງສີໂຄດຕະບອງ ເຂັ້ມງວດ ລົງກວາດລ້າງ ແລະ ເກັບມ້ຽນລົດຈັກໄຟຟ້າຈອດຊະຊາຍ ກີດຂວາງທາງ
ADadvertisement
ADadvertisement
ADadvertisement

ອີງຕາມທິດຊີ້ນ້ຳຂອງນະຄອນຫຼວງວຽງຈັນ ກ່ຽວກັບການເກັບມ້ຽນລົດຈັກໄຟຟ້າ ທີ່ບໍ່ມີການອະນຸຍາດຈາກພາກສ່ວນກ່ຽວຂ້ອງ.

ໃນລະຫວ່າງວັນທີ 28-29 ກັນຍາ 2026 ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງເມືອງສີໂຄດຕະບອງ ໄດ້ລົງເກັບມ້ຽນປະເພດລົດຈັກໄຟຟ້າ ທີ່ຈອດຊະຊາຍຢັງຢາຍຢູ່ຕາມແຄມທາງຫລັກພາຍໃນເມືອງ, ເຮັດໃຫ້ກີດຂວາງການສັນຈອນການໄປມາຂອງການໃຊ້ລົດ ແລະ ທາງຄົນຍ່າງ. ສະນັ້ນ ເພື່ອເປັນການປະຕິບັດຕາມດຳລັດສະບັບເລກທີ 568/ລບ,ລົງວັນທີ 16 ກັນຍາ 2021 ຂອງລັດຖະບານ ວ່າດ້ວຍການປັບໄຫມ ແລະ ມາດຕະການອື່ນໆຕໍ່ຜູ້ລະເມີດການຈໍລະຈອນທາງບົກ, ຂໍ້ຕົກລົງສະບັບ 1184/ຈນວ, ລົງວັນທີ 20 ພະຈິກ 2017 ວ່າດ້ວຍການຈັດສັນຄວາມບໍ່ເປັນລະຽບຮຽບຮ້ອຍຢູ່ໃນຕົວເມືອງ ແລະ ຊານເມືອງຂອງນະຄອນຫລວງວຽງຈັນ. ດັ່ງນັ້ນ ທາງຄະນະຮັບຜິດຊອບຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງເມືອງສີໂຄດຕະບອງ ຈຶ່ງໄດ້ໄປເກັບເອົາລົດໄຟຟ້າດັ່ງກ່າວ ມີຢູ່ຈຳນວນ 150 ຄັນ ມາຮັກສາໄວ້ຢູ່ສຳນັກງານປົກຄອງເມືອງ ເພື່ອໃຫ້ເຈົ້າຂອງຜູ້ປະກອບການ ໄປປະກອບເອກະສານຂໍອະນຸຍາດຈາກຂັ້ນເທິງ ກໍ່ຄືພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບກົດຫມາຍ.

ທີ່ມາ:ວຽງຈັນໃໝ່

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່