ປກສ ແຂວງບໍ່ແກ້ວ ທໍາລາຍຊີ້ນສ່ວນລົດຈັກດັດແປງສະພາບເຕັກນິກ ທໍ່ລົດ, ຢາງນ້ອຍ, ຕັດເບາະ ແລະ ປ້າຍລົດທີ່ບໍ່ຖືກຕ້ອງ

ອາທິດຜ່ານມາ ເດືອນ ກັນຍາ 2026 ຢູ່ທີ່ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຈັດພິທີທໍາລາຍ ຊີ້ນສ່ວນລົດຈັກດັດແປງສະພາບເຕັກນິກ, ທີ່ສຽງດັ່ງ, ຢາງນ້ອຍ, ຕັດເບາະ ແລະ ປ້າຍລົດທີ່ບໍ່ຖືກຕ້ອງ ໂດຍການເປັນປະທານ: ທ່ານ ພັທ ສະເນ່ ດວງອາໄພວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫ້ວຍຊາຍ. ມີຫົວໜ້າຫ້ອງການ ຍທຂ ເມືອງຫ້ວຍຊາຍ, ຄະນະກອງບັນຊາການ ປກສ ເມືອງ ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ ຮອງໜ່ວຍງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.






ທ່ານ ຮອ ສົມໃຈ ໄຊວົງ ຫົວໜ້າໜ່ວຍງານຈະຈາຈອນ ໄດ້ຂື້ນຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກ ງານວິຊາສະເພາະຂອງໜ່ວຍງານຈະລາຈອນ ປກສ ເມືອງຫ້ວຍຊາຍ ໄດ້ມີການກວດພົບເຫັນລົດຈັກທີ່ຖືກດັດແປງສະພາບເຕັກນິກ ແລະ ການລະເມີດຕໍ່ກົດລະບຽບຂອງຈະລາຈອນ ຫຼື ວ່າດ້ວຍກົດໝາຍການຈະລາຈອນ ທາງບົກ ສະບັບປັບປຸງ ປີ 2017 ມາດຕາ 10,11 ວ່າດ້ວຍການ ດັດແປງສະພາບລົດດໍາລັດ 568. ກ່ຽວກັບປ້າຍລົດຈັກຈາກການນໍາໃຊ້ທີ່ບໍ່ຖືກຕ້ອງ ແລະ ຊີ້ນສ່ວນທີ່ມ້າງອອກຈາກລົດຈັກທີ່ດັດແປງສະພາບເຕັກນິກ, ສົມທົບກັບ ພະແນກ ຍທຂ ເມືອງຫ້ວຍຊາຍ ທໍາລາຍປ້າຍ ແລະ ຊີ້ນສ່ວນດັດແປງ. ຈາກນັ້ນໄດ້ມອບໃບຍ້ອງຍໍ ຊົມເຊີຍ ຜູ້ປະກອບການທີ່ໃຫ້ການອຸປະຖຳທາງດ້ານວັດຖຸ ແລະ ປັດໃຈ ຕໍ່ກຳລັງ ປກສ ເມືອງຫ້ວຍຊາຍ.
ໃນຕອນທ້າຍພິທີ ທ່ານປະທານ ກໍ່ໄດ້ໂອ້ລົມວ່າ: ໄດ້ຊົມເຊີຍ ຍ້ອງຍໍ ຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກຕື່ມອີກກ່ຽວກັບການເຮັດໜ້າທີ່ວຽກງານວິຊາສະເພາະ ການຕິດຕາມກວດກາບັນດາໄວລຸ້ນໃຊ້ ຍານພາຫະນະ ດັດແປງສະພາບເຕັກນິກລົດໃສ່ທໍ່ສຽງດັ່ງ ປ້າຍລົດບໍ່ຖືກຕ້ອງ ແລະ ກົງນ້ອຍ ໃຫ້ເຂັ້ມງວດເຕີມອີກ.




