ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄໍາມ່ວນ ທໍາລາຍສິ້ນສ່ວນເຄື່ອງໃນໝູທີ່ລັກລອບນຳເຂົ້າ 28.000 ກິໂລກຣາມ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ຄໍາມ່ວນ ທໍາລາຍສິ້ນສ່ວນເຄື່ອງໃນໝູທີ່ລັກລອບນຳເຂົ້າ 28.000 ກິໂລກຣາມ
ADadvertisement
ADadvertisement
ADadvertisement

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຂະແໜງລ້ຽງສັດ ແລະ ການປະມົງ ແຂວງຄໍາມ່ວນ ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດພິທີຝັງທໍາລາຍສິ້ນສ່ວນເຄື່ອງໃນໝູຈໍານວນ 1.400 ແພັກ, ມີນໍ້າໜັກ 28.000 ກິໂລກຣາມ ທີ່ລັກລອບນຳເຂົ້າ ໃນວັນທີ 29 ກັນຍາ 2026 ທີ່ສະໜາມຖິ້ມຂີ້ເຫຍື້ອ ບ້ານນາບວບ ເມືອງທ່າແຂກ.

ຄໍາມ່ວນ ທໍາລາຍສິ້ນສ່ວນເຄື່ອງໃນໝູທີ່ລັກລອບນຳເຂົ້າ 28.000 ກິໂລກຣາມ

ສິ້ນສ່ວນເຄື່ອງໃນໝູຈໍານວນດັ່ງກ່າວ, ແມ່ນຄະນະສະເພາະກິດແຂວງຄຳມ່ວນ ໄດ້ສົມທົບກັບວິຊາການຂະແໜງລ້ຽງສັດ ແລະ ການປະມົງ ລົງກວດກາ ລົດບັນທຸກສິນຄ້າທະບຽນ 12 H 02252 ຂັບໂດຍຄົນສັນຊາດຫວຽດນາມ ໃນວັນທີ 28 ກັນຍາ 2026 ຜ່ານມາ, ຊຶ່ງໄດ້ຂົນສົ່ງສິນຄ້າປະເພດເຄື່ອງໃນໝູ (ກະເພາະໝູແຊ່ແຂງ) ໂດຍກວດພົບຢູ່ບໍລິເວນເຂດບ້ານດົງມ່ວງໄຂ ເມືອງທ່າແຂກ ແຂວງຄໍາມ່ວນ, ສິນຄ້າດັ່ງກ່າວ ໄດ້ຢຶດມາໄວ້ທີ່ກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະຕິບັດຕາມແຈ້ງການດ່ວນ ຂອງຫ້ອງວ່າການແຂວງ ສະບັບເລກທີ 814/ຫວຂ ລົງວັນທີ 11 ກັນຍາ 2026 ແລະ ແຈ້ງການຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ 3653/ກສຂ ວ່າດ້ວຍການເພີ່ມທະວີ ກຽມຮັບມືກັບການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ໃນຂອບເຂດທົ່ວແຂວງ ແລະ ເປັນການປ້ອງກັນ, ເຝົ້າລະວັງການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ແລະ ອີງຕາມບັນທຶກການກວດກາຕົວຈິງ ໃນການຢຶດສິນຄ້າຂອງຄະນະສະເພາະກິດໃນຄັ້ງວັນທີ 28 ກັນຍາ 2026 ທາງຄະນະສະເພາະກິດ, ວິຊາການສັດຕະວະແພດ ຈຶ່ງຂໍສະເໜີອະນຸຍາດທໍາລາຍສິນຄ້າດັ່ງກ່າວ.

ການກວດພົບສິ້ນສ່ວນເຄື່ອງໃນໝູໃນຄັ້ງນີ້ ຖືວ່າເປັນລ໋ອດໃຫຍ່ໃນຮອບປີ. ປັດຈຸບັນທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ທໍາການຢຶດລົດບັນທຸກສິນຄ້າ ປະເພດເຄື່ອງໃນໝູ ພ້ອມທັງກັກຕົວຄົນຂັບລົດຄົນສັນຊາດຫວຽດນາມໄວ້ ເພື່ອທໍາການສອບສວນສືບສວນ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່