ຄື້ນຄວາມຮ້ອນທີ່ຮ້ອນເປັນປະຫວັດການ ໄດ້ເຮັດໃຫ້ທານນ້ຳແຂງໃນສະວິດເຊີແລນສູນເສຍປະລິມານໄປຫຼາຍກວ່າ 5%.

ບົດລາຍງານປະຈຳປີທີ່ເຜີຍແຜ່ອອກມາເມື່ອບໍ່ດົນມານີ້ ໂດຍເຄືອຂ່າຍເຝົ້າຕິດຕາມທານນ້ຳແຂງ( glacier)ແຫ່ງສະວິດເຊີແລນ (GLAMOS) ແລະ ຄະນະກຳມະການສັງເກດການບັນຍາກາດຂອງນ້ຳແຂງ ແຫ່ງສະຖາບັນວິທະຍາສາດສະວິດ (SCNAT) ໄດ້ເນັ້ນໃຫ້ເຫັນເຖິງອັດຕາການລະລາຍຂອງນ້ຳແຂງທີ່ໜ້າຕົກໃຈ.
ເຫດການນີ້ຖືເປັນການຫຼຸດລົງຂອງປະລິມານນ້ຳແຂງຄັ້ງໃຫຍ່ທີ່ສຸດເປັນອັນດັບ 2 ເທົ່າທີ່ເຄີຍບັນທຶກໄວ້ໃນປະຫວັດການເຝົ້າຕິດຕາມຂອງສະວິດເຊີແລນ. ໃນໄລຍະ 5 ປີຜ່ານມາ ສະວິດເຊີແລນໄດ້ສູນເສຍປະລິມານນ້ຳແຂງໄປເກືອບ 20% ຫຼື ໜຶ່ງໃນຫ້າຂອງປະລິມານນ້ຳແຂງທັງໝົດ.

ທານນ້ຳແຂງ Aletsch ໃນສະວິດເຊີແລນ — ພາບ: CC/Robert J Heath
ສາເຫດຫຼັກຂອງການຫຼຸດລົງນີ້ ເກີດຈາກການປະສົມກັນຂອງລະດູໜາວປີ 2025–2026 ທີ່ມີຫິມະຕົກຫຼາຍທີ່ສຸດເປັນປະຫວັດການ ແລະ ລະດູຮ້ອນປີ 2026 ທີ່ຮ້ອນຮຸນແຮງແລະຍາວນານ. ສຳນັກງານອຸຕຸນິຍົມ ແລະ ພູມອາກາດແຫ່ງສະຫະພັນສະວິດ ລະບຸວ່າ ເດືອນມິຖຸນາ, ກໍລະກົດ ແລະ ສິງຫາ ປີ 2026 ຈະເປັນເດືອນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກ ນັບຕັ້ງແຕ່ເລີ່ມເກັບຂໍ້ມູນໃນປີ 1864.
ສິ່ງທີ່ໜ້າສັງເກດຄື ຄື້ນຄວາມຮ້ອນທີ່ຍາວນານເຖິງ 76 ວັນໃນລະດູຮ້ອນປີ 2026 ເຮັດໃຫ້ລະດັບຄວາມສູງທີ່ອຸນຫະພູມ 0°C ຫຼື “ລະດັບເຢືອກແຂງ” ສູງຂຶ້ນເກີນ 4,000 ແມັດ. ຈຳນວນມື້ທີ່ມີອາກາດຮ້ອນຮຸນແຮງໃນລະດັບຄວາມສູງນີ້ ມີຫຼາຍກວ່າ 2 ເທົ່າຂອງຄ່າສະເລ່ຍໃນຫຼາຍປີກ່ອນ. ຮອດເດືອນກັນຍາ ຫິມະໄດ້ລະລາຍໝົດແມ່ນແຕ່ໃນລະດັບຄວາມສູງ 3,500 ແມັດ ເຮັດໃຫ້ທະນານ້ຳແຂງບໍ່ມີຫິມະປົກຄຸມຕາມທຳມະຊາດອີກຕໍ່ໄປ.
ສາດສະດາຈານ ມັດທີອັສ ຮັສ (Matthias Huss) ຫົວໜ້າເຄືອຂ່າຍ GLAMOS ແຫ່ງສະຖາບັນເຕັກໂນໂລຊີສະຫະພັນສະວິດ (ETH Zurich) ໄດ້ປະເມີນສະຖານະການນີ້ ໂດຍເອີ້ນປີ 2026 ວ່າເປັນ “ປີແຫ່ງຫາຍະນະ”. ຂະນະຢູ່ທີ່ທະນານ້ຳແຂງ Scex Rouge ເຊິ່ງຢູ່ສູງເກືອບ 3,000 ແມັດ, ຮັສກ່າວວ່າ: “ນີ້ແມ່ນທະນານ້ຳແຂງທີ່ບໍ່ສາມາດຢູ່ລອດໄດ້ອີກຕໍ່ໄປ. ອາດຈະບໍ່ມີນ້ຳແຂງເຫຼືອຢູ່ພາຍໃນ 10 ຫາ 15 ປີ.”
ການລະລາຍຂອງນ້ຳແຂງຢ່າງວ່ອງໄວສົ່ງຜົນໂດຍກົງຕໍ່ຊັບພະຍາກອນນ້ຳ ແລະ ພະລັງງານ. ສະເພາະໃນໄລຍະເດືອນກໍລະກົດ ຫາ ກັນຍາ ປີ 2026 ທານນ້ຳແຂງໃນສະວິດເຊີແລນໄດ້ປ່ອຍນ້ຳອອກມາປະມານ 2.2 ພັນຕື້ລິດ. ປະລິມານນີ້ຫຼາຍກວ່າປະລິມານການໃຊ້ນ້ຳລວມຕະຫຼອດປີຂອງຄົວເຮືອນໃນສະວິດເຊີແລນເຖິງ 4 ເທົ່າ.
ເຖິງແມ່ນວ່ານ້ຳທີ່ລະລາຍອອກຈາກທານນ້ຳແຂງຈະຊ່ວຍບັນເທົາບັນຫາການຂາດແຄນນ້ຳໃນໄລຍະສັ້ນໃນຊ່ວງລະດູຮ້ອນໄດ້ ແຕ່ມັນກໍເປັນຊັບພະຍາກອນທີ່ກຳລັງຫຼຸດນ້ອຍລົງເລື້ອຍໆ ເນື່ອງຈາກທະນານ້ຳແຂງກຳລັງຫົດຕົວລົງຢ່າງຖາວອນ.
ສະວິດເຊີແລນມັກຖືກເອີ້ນວ່າ “ຫໍຄອຍນ້ຳຂອງເອີຣົບ” ເນື່ອງຈາກເປັນແຫຼ່ງນ້ຳຫຼັກຂອງແມ່ນ້ຳສາຍສຳຄັນ ເຊັ່ນ ແມ່ນ້ຳ Rhine, Rhône, Danube ແລະ Po. ນອກຈາກນັ້ນ ສະວິດເຊີແລນຍັງຜະລິດໄຟຟ້າຫຼາຍກວ່າເຄິ່ງໜຶ່ງຂອງປະເທດຈາກພະລັງງານນ້ຳ.




