MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

kaling
ເຜີຍແຜ່: 1 ຕຸລາ 2026, 13:54
ປັບປຸງຫຼ້າສຸດ: 1 ຕຸລາ 2026, 13:54
Copy of pele - 2026-10-01T135047.368

ວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.

ນອກເໜືອໄປຈາກຄ່າແຮງງານຂັ້ນຕ່ຳແລ້ວ, ຜູ້ອອກແຮງງານຈະໄດ້ຮັບສະຫວັດດີການ ແລະ ຄ່າຕອບແທນປະຈຳເດືອນ, ໂບນັດການມາເຮັດວຽກເປັນປະຈຳ, ເງິນຊົດເຊີຍຕາມອາຍຸການ, ເງິນອຸດໜູນທີ່ຢູ່ອາໄສ ແລະ ຄ່າເດີນທາງ, ລວມທັງເງິນອຸດໜູນຄ່າເດີນທາງເພີ່ມເຕີມເດືອນລະ 2.50 ໂດລາ ຊຶ່ງຈະເລີ່ມຈ່າຍໃນຕົ້ນປີໜ້າ, ເພື່ອຊ່ວຍຫຼຸດຜ່ອນພາລະຂອງຄ່າໃຊ້ຈ່າຍຈາກການເດີນທາງທີ່ເພີ່ມຂຶ້ນ.

ທ່ານ ຮຸນມແນດ ກ່າວວ່າ: ຄ່າແຮງງານພື້ນຖານປີ 2027 ຊຶ່ງກວມເອົາທັງຄ່າແຮງງານຂັ້ນຕ່ຳ ແລະ ສະຫວັດດີການສຳລັບຜູ້ອອກແຮງງານໃນອຸດສາຫະກຳດັ່ງກ່າວໄດ້ຮັບຄາດວ່າຈະຢູ່ທີ່ປະມານ 231.5-242.5 ໂດລາຕໍ່ເດືອນ, ໂດຍການປະກາດດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.

ກະຊວງແຮງງານ ແລະ ການຝຶກອົບຮົມວິຊາຊີບຂອງກຳປູເຈຍເປີດເຜີຍວ່າ: ອຸດສາຫະກໍາຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງ ຊຶ່ງເປັນແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ໃຫຍ່ທີ່ສຸດຂອງກຳປູເຈຍ ປະກອບດ້ວຍໂຮງງານ ແລະ ບໍລິສັດຍ່ອຍປະມານ 1,800 ແຫ່ງ, ມີພະນັກງານປະມານ 1.1 ລ້ານຄົນ ຊຶ່ງສ່ວນໃຫຍ່ແມ່ນແມ່ຍິງ.

ໃນຂະນະດຽວກັນ, ກະຊວງການຄ້າຂອງກຳປູເຈຍລາຍງານວ່າ: ມູນຄ່າການສົ່ງອອກສິນຄ້າເຫຼົ່ານີ້ໃນລະຫວ່າງເດືອນມັງກອນ-ສິງຫາ 2026 ແມ່ນ 11.7 ຕື້ໂດລາ, ເພີ່ມຂຶ້ນ 7.2% ຈາກ 10.9 ຕື້ໂດລາ ໃນໄລຍະດຽວກັນໃນປີ 2025.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ