MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອົງການສິດທິຯ ປະນາມກອງທັບມຽນມາຖິ້ມລະເບີດໃສ່ຕະຫຼາດລັດຣາໄຄນ໌ ເສຍຊີວິດ 50 ສົບ ລວມທັງຍິງຖືພາ 9 ເດືອນ

ອົງການສິດທິຯ ປະນາມກອງທັບມຽນມາຖິ້ມລະເບີດໃສ່ຕະຫຼາດລັດຣາໄຄນ໌ ເສຍຊີວິດ 50 ສົບ ລວມທັງຍິງຖືພາ 9 ເດືອນ

kaling
ເຜີຍແຜ່: 1 ຕຸລາ 2026, 15:14
ປັບປຸງຫຼ້າສຸດ: 1 ຕຸລາ 2026, 15:16
Copy of pele - 2026-10-01T151216.058

ຢູເອັນ-ອັງກິດ ແລະ ອົງການສິດທິມະນຸດສະທຳ ປະນາມກອງທັບມຽນມາຖິ້ມລະເບີດໃສ່ຕະຫຼາດໃນລັດຣາໄຄນ໌ (ຍະໄຂ່) ເສຍຊີວິດ 50 ສົບ ລວມທັງຍິງຖືພາ 9 ເດືອນ ແລະ ບາດເຈັບ 60 ຄົນ.
ວັນທີ 30 ກັນຍາ 2026 ອົງການສະຫະປະຊາຊາດ, ອັງກິດ ແລະ ອົງການສິດທິມະນຸດສະທຳຫຼາຍແຫ່ງ ໄດ້ອອກມາປະນາມກອງທັບມຽນມາ ຫຼັງເກີດເຫດເຮືອບິນຮົບຖິ້ມລະເບີດໂຈມຕີຕະຫຼາດອິນເດຍ ມາກເກັດ (Indian Market) ໃນເມືອງຈັອກຕໍ່ ລັດຣາໄຄນ໌ ທາງຕາເວັນຕົກຂອງມຽນມາ ເມື່ອວັນຈັນຜ່ານມາ ສົ່ງຜົນໃຫ້ພົນລະເຮືອນເສຍຊີວິດ 50 ສົບ ແລະ ບາດເຈັບ 60 ຄົນ ໃນນີ້ມີປະມານ 20 ຄົນອາການສາຫັດ.
ເຫດໂຈມຕີດັ່ງກ່າວເກີດຂຶ້ນໃນຊ່ວງທ່ຽງວັນ ໂດຍຊາວບ້ານລະບຸວ່າ ເຮືອບິນຮົບຂອງກອງທັບມຽນມາໄດ້ຖິ້ມລະເບີດຂະໜາດ 500 ປອນ ຈຳນວນ 2 ໜ່ວຍ, ໜ່ວຍໜຶ່ງຕົກໃສ່ຕະຫຼາດອິນເດຍ ມາກເກັດ ເຊິ່ງມີຜູ້ຄົນໜາແໜ້ນ, ສ່ວນອີກໜ່ວຍໜຶ່ງຕົກຢູ່ບໍລິເວນຂົວ ກິສສະປະນາດີ ທີ່ຢູ່ໃກ້ຄຽງ ເຊິ່ງເປັນເສັ້ນທາງເຂົ້າສູ່ເມືອງ ໂດຍຜູ້ເສຍຊີວິດມີທັງແຮງງານໃນຕະຫຼາດ, ຜູ້ມາຊື້ເຄື່ອງ ແລະ ຜູ້ທີ່ກຳລັງເດີນທາງ ະນະທີ່ພາບຫຼັງເກີດເຫດເຜີຍໃຫ້ເຫັນສົບທີ່ຖືກໄຟໄໝ້, ໄຟລຸກລາມເປັນບໍລິເວນກວ້າງ ແລະ ອາຄານໄດ້ຮັບຄວາມເສຍຫາຍຢ່າງໜັກ.
ທ່ານ ໂວເຄີ ເຕີກ (Volker Türk) ຂ້າຫຼວງໃຫຍ່ສິດທິມະນຸດສະທຳແຫ່ງສະຫະປະຊາຊາດ ກ່າວວ່າ ເຫດໂຈມຕີຄັ້ງນີ້ສະທ້ອນໃຫ້ເຫັນເຖິງສະຖານະການອັນຮ້າຍແຮງ ທີ່ພົນລະເຮືອນທົ່ວມຽນມາກຳລັງເຜີຍເຊີນ ໂດຍສະເພາະໃນລັດຣາໄຄນ໌ ພ້ອມທັງເຕືອນວ່າ ເຫດການດັ່ງກ່າວສ້າງຄວາມກັງວົນຢ່າງຮ້າຍແຮງ ຕໍ່ການປະຕິບັດຕາມກົດໝາຍມະນຸດສະທຳລະຫວ່າງປະເທດຂອງຄູ່ຂັດແຍ້ງ ແລະ ທຸກຝ່າຍຕ້ອງດຳເນີນການເພື່ອຫຼຸດຜ່ອນ ແລະ ຫຼີກເວັ້ນການສູນເສຍຂອງພົນລະເຮືອນ.
ທາງດ້ານທ່ານ ສະເຕຟານ ດູຈາຣິກ (Stéphane Dujarric) ໂຄສົກເລຂາທິການສະຫະປະຊາຊາດ ເປີດເຜີຍວ່າ ທ່ານ ອັນໂຕນິໂອ ກູເຕີເຣສ (António Guterres) ເລຂາທິການຢູເອັນ ໄດ້ປະນາມເຫດໂຈມຕີຄັ້ງນີ້ຢ່າງຮຸນແຮງ ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຢຸດຕິຄວາມຮຸນແຮງ, ປົກປ້ອງພົນລະເຮືອນ ແລະ ປະຕິບັດຕາມກົດໝາຍລະຫວ່າງປະເທດ ອີກທັງຊີ້ວ່າ ສະຖານະການໃນລັດຣາໄຄນ໌ ແມ່ນຍັງບໍ່ທັນເອື້ອອຳນວຍ ຕໍ່ການສົ່ງຜູ້ລີ້ໄພ ແລະ ຜູ້ພັດຖິ່ນ ລວມທັງຊາວໂຣຮິງຢາ ກັບຄືນຖິ່ນຖານຢ່າງປອດໄພ.
ນອກຈາກຢູເອັນແລ້ວ, ລັດຖະບານອັງກິດ ແລະ ອົງການສິດທິມະນຸດສະທຳໃນມຽນມາ ແລະ ໃນພາກພື້ນ ລວມທັງສະມາຊິກລັດຖະສະພາອາຊຽນເພື່ອສິດທິມະນຸດ (APHR) ຕ່າງກໍປະນາມເຫດການດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ມີການນຳຕົວຜູ້ກໍ່ເຫດມາຮັບຜິດຊອບ ແລະ ຢຸດຕິການໃຊ້ກຳລັງທະຫານຕໍ່ພົນລະເຮືອນ.
ທັງນີ້, ລາຍງານປະຈຳປີຫຼ້າສຸດຂອງກົນໄກສືບສວນອິດສະຫຼະຂອງຢູເອັນກ່ຽວກັບມຽນມາ ລະບຸວ່າ ກອງທັບມຽນມາໄດ້ເພິ່ງພາການໂຈມຕີທາງອາກາດເພີ່ມຂຶ້ນ ແລະ ພົນລະເຮືອນແມ່ນກຸ່ມທີ່ໄດ້ຮັບຜົນກະທົບຫຼັກ ໂດຍສະເພາະໃນລັດຣາໄຄນ໌ ແລະ ພື້ນທີ່ອື່ນໆ ະນະທີ່ຂໍ້ມູນຂອງກະຊວງສິດທິມະນຸດ ຂອງລັດຖະບານເອກະພາບແຫ່ງຊາດມຽນມາ (NUG) ເຊິ່ງຖືກຍຸບໄປແລ້ວນັ້ນ ລະບຸວ່າ ນັບຕັ້ງແຕ່ການລັດຖະປະຫານປີ 2021 ຈົນເຖິງວັນທີ 31 ສິງຫາທີ່ຜ່ານມາ ມີພົນລະເຮືອນເກືອບ 1,000 ຄົນ ເສຍຊີວິດຈາກການໂຈມຕີທາງອາກາດຂອງກອງທັບມຽນມາ ຫຼາຍກວ່າ 1,200 ຄັ້ງໃນລັດຣາໄຄນ໌.
ທີ່ມາ: Irrawaddy

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ