ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງປາກແຊງ ສຸມໃສ່ຮັກສາສຸຂະພາບສັດລ້ຽງ ເພື່ອປ້ອງກັນ ການລະບາດພະຍາດຕາມລະດູການ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ32 ຄັ້ງ
ເມືອງປາກແຊງ ສຸມໃສ່ຮັກສາສຸຂະພາບສັດລ້ຽງ ເພື່ອປ້ອງກັນ ການລະບາດພະຍາດຕາມລະດູການ
ADadvertisement
ADadvertisement
ADadvertisement

ເມື່ອບໍດົນມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງປາກແຊງ ແຂວງຫລວງພະບາງ ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານຮັກສາສຸຂະພາບສັດ ປະຈໍາເດືອນ, ເນື່ອງຈາກປັດຈຸບັນ ກຸ່ມສັດຕະວະແພດທຸລະກິດ ເມືອງປາກແຊງ ພວມສຸມໃສ່ ຮັກສາສຸຂະພາບສັດ ໃຫ້ສັດລ້ຽງ ເພື່ອປ້ອງກັນ ການລະບາດຂອງພະຍາດ ຕາມລະດູການ, ຊຶ່ງໃນໄລຍະ ເດືອນກັນຍາ 2026 ມາເຖິງປັດຈຸບັນ ສາມາດເຄື່ອນໄຫວ ສັກຢາປ້ອງກັນພະຍາດສັດໄດ້ທັງໝົດ 31 ບ້ານ, ມີ 764 ຄອບຄົວ, ເຂົ້າຮ່ວມການສັກຢາ ເທົ່າກັບ 46% ຂອງຈໍານວນຄອບຄົວ ລ້ຽງສັດທັງໝົດ 1.713 ຄອບຄົວ, ໃນນີ້ມີ: ງົວ, ຄວາຍ ໄດ້ຮັບການສັກຢາປ້ອງກັນ 4.621 ໂຕ ເທົ່າກັບ 46,4% ຂອງຈໍານວນງົວຄວາຍໝົດ 9.955 ໂຕ ໃນ 31ບ້ານ.

ສຳລັບໝູມີ 5.417 ໂຕ ໄດ້ສັກຢາ 710 ໂຕ ເທົ່າກັບ 13%, ແບ້ 2.402 ໂຕ ໄດ້ສັກຢາ 246 ໂຕ ເທົ່າກັບ 10,2%, ສັດປີກ 37.523 ໂຕ ໄດ້ສັກຢາ 2.325 ໂຕ ເທົ່າກັບ 6,2%. ໃນໄລຍະປີຜ່ານມາຮອດປັດຈຸບັນ ນັກສັດຕະວະແພດຢູ່ເມືອງປາກແຊງ ມີ 12 ທ່ານ, ຊຶ່ງສາມາດສ້າງລາຍຮັບໄດ້ 90 ລ້ານກີບ.

ໃນກອງປະຊຸມຍັງເນັ້ນໜັກໃຫ້ເອົາໃຈໃສ່ ໃນການເຝົ້າລະວະວັງການລະບາດຂອງພະຍາດ ອະຫິວາໝູອາຟຣິກ ທີ່ກຳລັງລະບາດຢູ່ເມືອງອ້ອມຂ້າງ ແລະ ຕ່າງແຂວງ.

ADadvertisement
ADadvertisement
ADadvertisement

ຂ່າວ: ແກ່ນຄຳ ສົມໃຈປອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່