ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ43 ຄັ້ງ
ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ
ADadvertisement
ADadvertisement
ADadvertisement

ນວັນທີ 30 ກັນຍາ 2026 ເຈົ້າໜ້າທີ່ໄທ ປະຈຳດ່ານມິດຕະພາບ ໄທ-ລາວ ແຫ່ງທີ 2 (ມຸກດາຫານ-ສະຫວັນນະເຂດ) ໄດ້ກວດສອບເຄື່ອງເປັນພັດສະດຸຕ້ອງສົງໄສ ຈຳນວນ 2 ກ່ອງຂອງ ຜູ້ໂດຍສານທີ່ເດີນທາງມາກັບລົດໂດຍສານລະຫວ່າງປະເທດ ຈາກນະຄອນ ໄກສອນ ພົມວິຫານ ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ໂດຍພາຍໃນກ່ອງບັນຈຸຊອງອາຫານເສີມ ແລະ ກາເຟ.

ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ

ເມື່ອເຈົ້າໜ້າທີ່ກວດສອບລະອຽດພົບຜະລິດຕະພັນທີ່ລະບຸວ່າເປັນ ແຮັບປີ້ວໍເຕີ ທີ່ມີສ່ວນປະສົມຂອງຢາອີ (Ecstasy) ເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ບັນຈຸຢູ່ພາຍໃນຂອງກາງທັງໝົດລວມ 119 ຊອງ ນໍ້າໜັກລວມ 9.65 ກິໂລກຣາມ, ມູນຄ່າປະມານ 250,000 ບາດ.

ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ · ຮູບທີ 2

ໂດຍເຈົ້າໜ້າທີ່ລະບຸວ່າ ພັດສະດຸດັ່ງກ່າວເປັນຂອງທ້າວ ສັດຕຸໄຊ ຫຼື ແຊມ, ອາຍຸ 30 ປີ, ປະຊາຊົນນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເຊິ່ງຍອມຮັບວ່າເປັນເຈົ້າຂອງພັດສະດຸດັ່ງກ່າວ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ · ຮູບທີ 3

ເບື້ອງຕົ້ນເຈົ້າໜ້າທີ່ແຈ້ງຂໍ້ກ່າວຫາວ່າ: ນຳຢາເສບຕິດໃຫ້ໂທດປະເພດ 1 (ແຮັບປີ້ວໍເຕີ້) ເຂົ້າມາໃນປະເທດໄທ, ກ່ອນຈະຄວບຄຸມຕົວຜູ້ຖືກຫາສົ່ງພະນັກງານສອບສວນ ເພື່ອດຳເນີນຄະດີຕາມຂັ້ນຕອນກົດໝາຍຕໍ່ໄປ.

ເຈົ້າໜ້າທີ່ດ່ານມຸກດາຫານ ປະເທດໄທ ຈັບໜຸ່ມລາວ ພ້ອມຂອງກາງເປັນຄໍລາເຈນປະສົມຢາເສບຕິດ 9.65 ກິໂລກຣາມ · ຮູບທີ 4

ແຫຼ່ງທີ່ມາ: The Custom Department of Thailand

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່