ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 3 ນາທີ42 ຄັ້ງ
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 5 ຕຸລາ 2026, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮັກສາການປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີການນຳຂັ້ນສູງພັກ-ລັດ, ອະດີດການນຳຂັ້ນສູງພັກ-ລັດ, ສະມາຊິກລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສູນທອນພົດ ເປີດກອງປະຊຸມ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ພິຈາລະນາ, ຮັບຮອງເອົາການເລືອກຕັ້ງເອົາບຸກຄະລາກອນຂັ້ນສູງຈຳນວນໜຶ່ງ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນ ການ ປະຈຳປີ 2027; ພິຈາລະນາບົດລາຍງານ ຂອງລັດຖະບານກ່ຽວກັບບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະ ຈຳປີ 2027;

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ · ຮູບທີ 2

ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບ ປະມານ ແຫ່ງລັດ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະ ຕິ ບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະ ຈໍາປີ 2027.

ADadvertisement
ADadvertisement
ADadvertisement
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ · ຮູບທີ 3

ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳ ປີ 2027; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ຈຳນວນ 8 ສະບັບ ໃນນີ້: ກົດໝາຍສ້າງໃໝ່ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ການປົກປ້ອງເງິນຝາກ; ກົດໝາຍສະບັບປັບປຸງ 7 ສະບັບ ຄື:

(1) ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ

(2) ກົດໝາຍວ່າດ້ວຍ ການ ຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

(3) ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ

(4) ກົດໝາຍວ່າ ດ້ວຍ ນາຍທະຫານກອງທັບປະຊາຊົນລາວ

(5) ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ

(6) ກົດໝາຍວ່າດ້ວຍ ການບິນພົນລະເຮືອນ

(7) ກົດໝາຍວ່າດ້ວຍ ລັດຖະບານ

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ · ຮູບທີ 4

ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການຊີ້ແຈງຂອງ ທ່ານ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາທ່ານສະມາຊິກ ສະພາແຫ່ງຊາດ; ຂ້າພະເຈົ້າ ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນການຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາ ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກອງປະຊຸມສະໃໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ດຳເນີນໄປແຕ່ວັນທີ 5 ຈົນເຖິງວັນທີ 21 ຕຸລາ 2026 ຈຶ່ງຈະສຳເລັດ.

ໄຂກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່