ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບຜູ້ຖືກຫາສັນຊາດໄທ ໃຫ້ທາງການໄທໄປດຳເນີນຄະດີ ຈຳນວນ 78 ຄົນ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ມອບຜູ້ຖືກຫາສັນຊາດໄທ ໃຫ້ທາງການໄທໄປດຳເນີນຄະດີ ຈຳນວນ 78 ຄົນ
ADadvertisement
ADadvertisement
ADadvertisement

ໃນວັນທີ 1 ຕຸລາ 2026 ນີ້, ເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນ ຂົວມິດຕະພາບ IV (ແຂວງ ບໍ່ແກ້ວ) ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ສະເພາະກິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໄດ້ນໍາຕົວຄົນຕ່າງປະເທດສັນຊາດໄທ ທີ່ເຄື່ອນໄຫວກະທໍາຜິດຕໍ່ກົດໝາຍຂອງ ສປປ ລາວ ແລະ ໄດ້ສິ້ນສຸດການດໍາເນີນຄະດີ ສົ່ງໃຫ້ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຂອງຣາຊາອານາຈັກໄທ ຮັບຕົວພວກກ່ຽວກັບຄືນປະເທດ ໄປດໍາເນີນການແກ້ໄຂຕາມຂັ້ນຕອນກົດໝາຍ ແລະ ລະບຽບການຂອງລາຊະອານາຈັກໄທ, ຕາງໜ້າຝ່າຍລາວມີ ພັທ ດວງສົມພອນ ເພັງມະລີ ຫົວໜ້າດ່ານກວດຄົນເຂົ້າ-ອອກເມືອງ ສາກົນຂົວມິດຕະພາບ IV ພ້ອມດ້ວຍຄະນະ, ຕາງໜ້າຮັບຝ່າຍລາຊະອານນາຈັກໄທ ມີ ພັທ ກິດວັດ ອໍານາດ, ພັທ ນາງ ກັນລະວັດ ຈຸນລະສາດ ຮອງຜູ້ກັບກັບດ່ານກວດຄົນເຂົ້າ-ອອກເມືອງຊຽງແສນ, ພັທ ນາງ ສະດາສາ ຕະນະທິບ ສາລະວັດດ່ານກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍຄະນະ.

ມອບຜູ້ຖືກຫາສັນຊາດໄທ ໃຫ້ທາງການໄທໄປດຳເນີນຄະດີ ຈຳນວນ 78 ຄົນ

ຜູ້ຖືກຫາສັນຊາດໄທທີ່ຖືກສົ່ງຕົວໃນຄັ້ງນີ້ ມີຈຳນວນທັງໝົດ 78 ຄົນ, ຍິງ 39 ໃນນັ້ນມີ: ຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ (ແກ໊ງຄໍເຊັນເຕີ): ຈໍານວນ 76 ຄົນ, ຍິງ 39 ຄົນ.

ມອບຜູ້ຖືກຫາສັນຊາດໄທ ໃຫ້ທາງການໄທໄປດຳເນີນຄະດີ ຈຳນວນ 78 ຄົນ · ຮູບທີ 2

ຜູ້ຖືກຫາເຂົ້າເມືອງຜິດກົດໝາຍ: ຈຳນວນ 02 ຄົນ, ອຸປະກອນທີ່ມອບ ( ເຄື່ອງຂອງກາງ )ນໍາໃຊ້ເຂົ້າໃນການກະທໍາຜິດ ຄັອມຕັ້ງໂຕະຈໍານວນ 107 ເຄື່ອງ, ໂທລະສັບມືຖືຈໍານວນ 40 ເຄື່ອງ, ໂທລະສັບມືຖື ( ເຄື່ອງຂອງຕິດຕົວ ) ຈໍານວນ 70 ເຄື່ອງ, ໄອແພັດຈໍານວນ 03 ເຄື່ອງ.

ADadvertisement
ADadvertisement
ADadvertisement

ການມອບ-ຮັບຜູ້ຖືກຫາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄື ການຮ່ວມມືລະຫວ່າງ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ລາຊະອານາຈັກໄທ ໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນ ບັນຫາການສໍ້ໂກງຊັບທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ. ຈາກນັ້ນ, ກໍໄດ້ຮ່ວມກັນກວດກາຈຳນວນຜູ້ຖືກຫາ, ອຸປະກອນທີ່ໃຊ້ໃນການກະທຳຜິດ, ເອກະສານທີ່ກ່ຽວຂ້ອງຢ່າງລະອຽດແລ້ວ ພ້ອມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່