ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບຜູ້ຖືກຫາສັນຊາດຫວຽດນາມ 30 ຄົນ ໃຫ້ທາງການຫວຽດນາມໄປດຳເນີນຄະດີຕາມກົດໝາຍ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ27 ຄັ້ງ
ມອບ-ຮັບຜູ້ຖືກຫາສັນຊາດຫວຽດນາມ 30 ຄົນ ໃຫ້ທາງການຫວຽດນາມໄປດຳເນີນຄະດີຕາມກົດໝາຍ
ADadvertisement
ADadvertisement
ADadvertisement

ໃນວັນທີ 3 ຕຸລາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ສົມທົບ ເຈົ້າໜ້າທີ່ປະຈຳດ່ານປາງຫົກ ແຂວງຜົ້ງສາລີ ໄດ້ມອບ-ຮັບຜູ້ຖືກຫາສັນຊາດຫວຽດນາມ ທີ່ກະທຳຜິດກົດໝາຍຂອງ ສປປ ລາວ ຢູ່ທີ່ດ່ານສາກົນເຕີຍຈາງ ແຂວງດຽນບຽນ ສສ ຫວຽດນາມ ເພື່ອນໍາສົງຕົວໄປດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ມອບ-ຮັບຜູ້ຖືກຫາສັນຊາດຫວຽດນາມ 30 ຄົນ ໃຫ້ທາງການຫວຽດນາມໄປດຳເນີນຄະດີຕາມກົດໝາຍ

ຕາງໜ້າຝ່າຍເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ສປປ ລາວ ຮອ ອະໄພຈິດ ອິນທະວົງ ຫົວໜ້າໜ່ວຍງານກວດກາຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງບໍ່ແກ້ວ, ຝ່າຍ ສສ ຫວຽດນາມ ຕາງໜ້າໂດຍ ຮອ ຫງວຽນວັນຮຽນ ຮອງຫົວໜ້າດ່ານສາກົນເຕີຍຈາງ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ມອບ-ຮັບຜູ້ຖືກຫາສັນຊາດຫວຽດນາມ 30 ຄົນ ໃຫ້ທາງການຫວຽດນາມໄປດຳເນີນຄະດີຕາມກົດໝາຍ · ຮູບທີ 2

ຜູ້ຖືກຫາສັນຊາດຫວຽດນາມທີ່ຖືກສົ່ງຕົວໃນຄັ້ງນີ້ ມີຈຳນວນທັງໝົດ 30 ຄົນ ຍິງ 8 ຄົນ, ໃນຂໍ້ຫາສໍ້ໂກງຊັບທາງໂທລະຄົມ (ຄໍເຊັນເຕີ).

ADadvertisement
ADadvertisement
ADadvertisement

ການມອບ-ຮັບຜູ້ຖືກຫາ ແມ່ນໄດ້ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ການຮ່ວມມືລະຫວ່າງ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ປກສ ແຂວງບໍ່ແກ້ວ ຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນບັນຫາການສໍ້ໂກງຊັບທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.

ທາງເຈົ້າໜ້າທີ່ວິຊາສະເພາະ ທັງສອງຝ່າຍ ລາວ-ຫວຽດນາມ ໄດ້ຮ່ວມກັນກວດກາຈຳນວນຄົນ, ເອກະສານທີ່ກ່ຽວຂ້ອງຖືກຕ້ອງແລ້ວ ພ້ອມກັນເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່