ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະ ສສຊ ເຂດ 15 ແລະ ສສຂ ເຂົ້າພົບ ທ່ານປະທານສະພາແຫ່ງຊາດ ຄົນໃໝ່

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ຄະນະ ສສຊ ເຂດ 15 ແລະ ສສຂ ເຂົ້າພົບ ທ່ານປະທານສະພາແຫ່ງຊາດ ຄົນໃໝ່
ADadvertisement
ADadvertisement
ADadvertisement

ແລງວັນທີ 5 ຕຸລາ 2026 ທີ່ຜ່ານມາ ຢູ່ທີ່ຫ້ອງຮັບຮອງຂອງສະພາແຫ່ງຊາດ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແລະ ສະມາຊິກສະພາປະຊາຊົນແຂວງຈໍາປາສັກ ນໍາໂດຍ ທ່ານ ປອ. ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 , ປະທານສະພາປະຊາຊົນແຂວງຈໍາປາສັກພ້ອມຄະນະ ໄດ້ເຂົ້າພົບ ທ່ານ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຄົນໃໝ່.

ຄະນະ ສສຊ ເຂດ 15 ແລະ ສສຂ ເຂົ້າພົບ ທ່ານປະທານສະພາແຫ່ງຊາດ ຄົນໃໝ່

ໂອກາດນີ້, ທ່ານ ປອ. ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນສະແເດງຄວາມຍິນດີຕໍ່ ທ່ານ ສອນໄຊ ສີພັນດອນ ກົມການເມືອງສູນການພັກ ໃນໂອກາດທີ່ທ່ານຮັບໜ້າທີ່ໃໝ່ ເປັນປະທານສະພາແຫ່ງຊາດ ແລະໄດ້ລາຍງານສະພາບການລວມຂອງແຂວງຈໍາປາສັກ ໂດຍສະເພາະວຽກງານການຕິດຕາມກວດກາອົງການລັດຂັ້ນທ້ອງຖິ່ນຂອງແຂວງຈໍາປາສັກ ໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົກໝາຍ ບັນດາມະຕິຂອງສະພາແຫ່ງ ແລະ ສະພາປະຊາຊົນແຂວງໄດ້ພິຈາລະນາຮັບຮອງ ໃນແຕ່ລະໄລຍະ ທີ່ເຫັນໄດ້ອັນພົນເດັ່ນ ແລະຂໍ້ຄົງຄ້າງບາງວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸ້ຄາດໝາຍ.

ຄະນະ ສສຊ ເຂດ 15 ແລະ ສສຂ ເຂົ້າພົບ ທ່ານປະທານສະພາແຫ່ງຊາດ ຄົນໃໝ່ · ຮູບທີ 2

ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ມີຄໍາສະແດງຄວາມຂອບໃຈ ແລະ ສະແດງຄວາມຊົມເຊີຍ ພ້ອມທັງຕິລາຄາສູງ ຕໍ່ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແລະ ສະມາຊິກສະພາປະຊາຊົນແຂວງຈໍາປາສັກ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງຕັ້ງໜ້າ ແລະ ສະເໜີໃຫ້ຄະນະ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕະບັດ ສາມ ພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດ ຂອງປະຊາຊົນລາວ ບັນດາຜົ່າ, ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ, ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດຢູ່ທ້ອງຖິ່ນ ໃນການຊຸກຍູ້ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນມີຜົນສໍາເລັດຕາມລະດັບຄາດໝາຍທີ່ວ່າງໄວ້.

ADadvertisement
ADadvertisement
ADadvertisement
ຄະນະ ສສຊ ເຂດ 15 ແລະ ສສຂ ເຂົ້າພົບ ທ່ານປະທານສະພາແຫ່ງຊາດ ຄົນໃໝ່ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່