MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສກ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ

ສສກ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ

Jenjila
ເຜີຍແຜ່: 6 ຕຸລາ 2026, 14:41
ປັບປຸງຫຼ້າສຸດ: 6 ຕຸລາ 2026, 14:41
Jen - Mahasan Post (17)

ຂປລ. ໃນວັນທີ 6 ຕຸລາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026) ພ້ອມທັງປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການ ຢູ່ທີ່ມະຫາວິທະຍາໄລດັ່ງກ່າວ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກ ງານ, ຄູ-ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພິທີໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະ-ວັນນະຄະດີຈາກນັກຮຽນ-ນັກສຶກສາ ປະກອບມີບົດຟ້ອນອວຍພອນວັນຄູ, ການຮ້ອງບົດເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອສະແດງຄວາມກັນຕະຍູກະຕະເວທີ ຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະລະເຫື່ອແຮງ ແລະ ສະຕິປັນຍາໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ກາຍເປັນພົນລະເມືອງດີຂອງຊາດ.

ໃນພິທີ, ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ໂດຍເຫັນດີແຕ່ງຕັ້ງ ທ່ານ ຫລ້າວັນ ວົງຄໍາສານ ຄະນະປະຈຳພັກກະຊວງ, ເປັນຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ທ່ານ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ.

ນອກຈາກນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງສາດ ສະດາຈານ ຈໍານວນ 12 ທ່ານ; ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຄູພິການດີເດັ່ນ ຈໍານວນ 2 ທ່ານ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈໍານວນ 16 ທ່ານ.

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວປາຖະກະຖາ ແລະ ສະແດງຄວາມໝາຍສຳຄັນຂອງວັນຄູແຫ່ງຊາດ ໂດຍຍົກໃຫ້ເຫັນ 2 ມູນເຊື້ອສຳຄັນຄື: ລະນຶກເຖິງນາຍຄູຄຳ: ນາຍຄູສອນທໍາອິດ ຜູ້ທີ່ມີຄວາມຮັກຊາດອັນດູດດື່ມ ແລະ ມີນໍ້າໃຈເສຍສະຫະອັນສູງສົ່ງ ໃນສະໄໝປະເທດຊາດຕົກເປັນຫົວເມືອງຂຶ້ນ ຊຶ່ງເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ຄູ-ອາຈານຮຸ່ນຫລັງ; ເຊີດຊູບົດບາດ ແລະ ກຽດສັກສີຂອງຄູ: ສູນກາງພັກ-ລັດຖະບານ ໄດ້ຕົກລົງເອົາວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄູແຫ່ງ ຊາດ ນັບແຕ່ປີ 1994 ເປັນຕົ້ນມາ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນງານການອຸທິດຕົນຂອງຄູ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄຳເວົ້າອະມະຕະຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ແລະ “ຄູແມ່ນກຳລັງຫລັກແຫລ່ງແກ່ນສານ ຂອງການສຶກສາ, ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າລັດ ເພື່ອສຶກສາອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ່ນໃໝ່.” ພ້ອມ ກັນນັ້ນ, ທ່ານຍັງໄດ້ວາງ 5 ທັດສະນະຊີ້ນຳ ເພື່ອເປັນເຂັມທິດທາງໃນການປັບປຸງລະບົບການສ້າງຄູ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເປັນຕົ້ນແມ່ນ ສືບຕໍ່ຍົກບົດບາດຄວາມສຳຄັນຂອງຄູ: ໃຫ້ສົມກັບຄຳວ່າ “ຄູແມ່ນແມ່ພິມຂອງຊາດ” ເພາະຄູແມ່ນປັດໄຈຕັດສິນຄຸນນະພາບການສຶກສາ; ສ້າງຖັນແຖວຄູໃຫ້ໄດ້ມາດຕະຖານ: ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ພ້ອມທັງມີທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່; ສົມທົບແໜ້ນລະຫວ່າງທິດສະດີ ແລະ ພຶດຕິກຳ: ນຳເອົາສະພາບຕົວຈິງຂອງຍຸກສະໄໝມາສິດສອນຢ່າງມີຊີວິດຊີວາ; ຮັບປະກັນການສະໜອງຄູໃຫ້ພຽງພໍ: ເອົາໃຈໃສ່ດຶງດູດນັກຮຽນເກັ່ງເຂົ້າສາຍສ້າງຄູ ແລະ ບຸລິມະສິດສະໜອງຄູໃຫ້ເຂດຫ່າງໄກຊອກຫລັກ; ປັບປຸງກົງຈັກການຈັດຕັ້ງ: ໃຫ້ມີປະສິດທິພາບ, ປະຢັດ ແລະ ຕ້ານການຟຸມເຟື່ອຍ.

ຢ່າງໃດກໍຕາມ, ເພື່ອເຮັດໃຫ້ການປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບ 7 ວຽກງານຈຸດສຸມ ຄື: ປັບປຸງກົນໄກຄຸ້ມຄອງບໍລິຫານ ແລະ ວິຊາການ ໃຫ້ທັນສະໄໝ ແລະ ເຊື່ອມໂຍງສາກົນ; ສ້າງຄູຍຸກໃໝ່ ໃຫ້ມີ 4 ທັກສະຫລັກ ຄື: ທັກສະດີຈິຕອນ (AI, ເຕັກໂນໂລຊີ), ທັກສະຊີວິດ, ທັກສະອາຊີບ ແລະ ການເປັນຜູ້ປະກອບການ; ກະກຽມຄວາມພ້ອມຫລັກສູດໃໝ່ 6+3+3 ແລະ ຫັນຈາກລະບົບອາສາສະໝັກ ໄປສູ່ລະບົບຄູທົດແທນຢ່າງເປັນລະບົບ; ສ້າງຄວາມເປັນແບບຢ່າງຮອບດ້ານໃຫ້ແກ່ຜູ້ອຳນວຍການສະຖານການສຶກສາ; ປະຕິບັດນະໂຍບາຍຕ່າງໆ ຕໍ່ຄູ-ອາຈານ ຢ່າງສົມກຽດ; ເພີ່ມທະວີການຮ່ວມມືກັບສະຖານການສຶກສາທັງພາຍໃນ ແລະ ຕ່າງປະເທດ; ຍາດແຍ່ງການຮ່ວມມືສາກົນ ໂດຍກຳແໜ້ນຫລັກການ “ເຊື່ອມໂຍງ ແຕ່ບໍ່ເຊື່ອມສະຫລາຍ”.

ໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງຄູ-ອາຈານ ແລະ ນັກຮົບໃນຂົງເຂດການສຶກສາທຸກໆທ່ານ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ພ້ອມທັງອວຍພອນໄຊໃຫ້ຄູທຸກທົ່ວໜ້າ ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ