ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫະລັດ ເຝົ້າຕິດຕາມໃກ້ຊິດ ກໍລະນີນັກວິຈັຍໂລກກາລະບາດເພດຍິງອາຍຸ 20 ປີປາຍໆ ຄົນຣັດເຊຍ ເສຍຊີວິດປິດສະໜາ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 3 ນາທີ33 ຄັ້ງ
ສະຫະລັດ ເຝົ້າຕິດຕາມໃກ້ຊິດ ກໍລະນີນັກວິຈັຍໂລກກາລະບາດເພດຍິງອາຍຸ 20 ປີປາຍໆ ຄົນຣັດເຊຍ ເສຍຊີວິດປິດສະໜາ
ADadvertisement
ADadvertisement
ADadvertisement
ສະຫະລັດ ເຝົ້າຕິດຕາມໃກ້ຊິດ ກໍລະນີນັກວິຈັຍໂລກກາລະບາດເພດຍິງອາຍຸ 20 ປີປາຍໆ ຄົນຣັດເຊຍ ເສຍຊີວິດປິດສະໜາ

ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດ ກ່າວວ່າ ສະຫະລັດກຳລັງຈັບຕາສະຖານະການຢ່າງໃກ້ຊິດ ແລະໃຫ້ຄວາມສົນໃຈຢ່າງຫຼາຍຕໍ່ກໍລະນີນັກວິໄຈຫ້ອງປະລິບັດການຊາວຣັດເຊຍເສຍຊີວິດຢູ່ສູນວິໄຈໂລກກາລະບາດໃນເຂດໄຊບີເຣຍ. ເມື່ອນັກຂ່າວຖາມທ່ານທຣຳວ່າ ສະຫະລັດຈະດຳເນີນການແນວໃດຕໍ່ຄວາມສ່ຽງທີ່ໂລກກາລະບາດອາດແຜ່ອອກຈາກຣັດເຊຍ, ທ່ານທຣຳກ່າວວ່າ ລາວຍັງບໍ່ໄດ້ຫາລືເລື່ອງນີ້ກັບລັດຖະບານຣັດເຊຍ ແລະເສີມວ່າ ສະຫະລັດຈະໃຫ້ຄວາມຊ່ວຍເຫຼືອແກ່ທຸກຄົນທີ່ປະສົບບັນຫາໃນລັກສະນະນີ້.

ຄຳກ່າວຂອງທ່ານທຣຳມີຂຶ້ນຫຼັງຈາກມີລາຍງານວ່າ ພົບນັກວິໄຈຍິງເສຍຊີວິດຈາກຫ້ອງປະລິບັດການທີ່ສຶກສາກ່ຽວກັບໂລກກາລະບາດໃນເຂດໄຊບີເຣຍຂອງຣັດເຊຍ ຫຼັງຈາກນາງຖືກວິນິດໄສວ່າເປັນປອດບວມໂດຍບໍ່ຮູ້ສາເຫດ. ຂະນະທີ່ ຜູ້ວ່າການແຄວ້ນອີຣຄຸດສ໌ຢືນຢັນວ່າ ບໍ່ພົບ “ຈຸລິນຊີໃດໆ” ທີ່ກ່ຽວຂ້ອງກັບວຽກງານຂອງນາງໃນຕົວຢ່າງຊີວະພາບຂອງນາງ. ລາວຍັງກ່າວວ່າ ຈົນເຖິງຂະນະນີ້ ຍັງບໍ່ມີລາຍງານວ່າພະນັກງານຄົນອື່ນໆຈາກສະຖາບັນວິໄຈໂລກກາລະບາດໄດ້ເຂົ້າຮັບການຮັກສາທາງການແພດ ນັບຕັ້ງແຕ່ນັກວິໄຈຄົນດັ່ງກ່າວເສຍຊີວິດ.

ດ້ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ທ່າມກາງຄວາມກັງວົນວ່າ ເຫດການນີ້ອາດນຳໄປສູ່ການແຜ່ລະບາດຂອງໂລກກາລະບາດປອດ (pneumonic plague) ແຕ່ຍ້ຳວ່າ ຍັງບໍ່ມີເຫດຜົນໃຫ້ປະຊາຊົນຕ້ອງຕື່ນຕະໜົກ.

ADadvertisement
ADadvertisement
ADadvertisement

ເມື່ອນັກຂ່າວຖາມຣູບິໂອກ່ຽວກັບຄວາມຄືບໜ້າຂອງຜູ້ຕ້ອງສົງໄສຕິດເຊື້ອໂລກກາລະບາດໃນຣັດເຊຍ, ລາວກ່າວວ່າ ເບິ່ງຄືວ່າມີພະນັກງານຄົນໜຶ່ງໃນຫ້ອງປະລິບັດການຕິດເຊື້ອ ແລະມີຄວາມກັງວົນວ່າເຊື້ອອາດແຜ່ກະຈາຍ. ລາວກ່າວອີກວ່າ ຖ້າເຊື້ອນີ້ຫຼຸດອອກໄປພາຍນອກ ມັນສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ. ດັ່ງນັ້ນ ສະຫະລັດຈຶ່ງກຳລັງຈັບຕາ ແລະຕິດຕາມສະຖານະການຢ່າງໃກ້ຊິດ ແຕ່ບໍ່ຄິດວ່ານີ້ເປັນເຫດໃຫ້ຕ້ອງຕື່ນຕະໜົກ.

ແນວໃດກໍຕາມ ມີລາຍງານທີ່ຍັງບໍ່ໄດ້ຮັບການຢືນຢັນວ່າ ນັກວິໄຈຍິງຄົນນີ້ອາດເລີ່ມປ່ວຍຫຼັງຈາກຫຼອດທົດລອງທີ່ບັນຈຸເຊື້ອກໍ່ໂລກແຕກ ຫຼືອາດປ່ວຍຫຼັງຈາກລົງພື້ນທີ່ໃນພາກພື້ນທີ່ພົບໂລກກາລະບາດຕາມທຳມະຊາດໃນສັດຟັນແທະປ່າ.

ຫ້ອງການກວດກາການຄຸ້ມຄອງຜູ້ບໍລິໂພກ ແລະສຸຂະພາບປະຊາຊົນຂອງຣັດເຊຍ ຫຼື Rospotrebnadzor ລະບຸວ່າ ທີມງານຄວາມປອດໄພຊີວະພາບໄດ້ເຂົ້າກວດສອບສະຖາບັນວິໄຈພະຍາດລະບາດຕໍ່ຕ້ານກາລະບາດແຫ່ງໄຊບີເຣຍ ແລະຕາເວັນອອກໄກ ໃນເມືອງອີຣຄຸດສ໌ ແລະບໍ່ພົບສະຖານະການສຸກເສີນພາຍໃນສະຖາບັນ.

ແຕ່ວ່າ ດມິຕຣີ ເປສຄອຟ ໂຄສົກຂອງວັງເຄຣມລິນ ໄດ້ຮຽກຮ້ອງໃຫ້ປະຊາຊົນຢ່າເຊື່ອຂ່າວລືຕ່າງໆ ແຕ່ໃຫ້ອີງຕາມຖະແຫຼງການຢ່າງເປັນທາງການຈາກ Rospotrebnadzor. ແນວໃດກໍຕາມ ກ່ອນໜ້ານີ້ສື່ຣັດເຊຍໄດ້ລາຍງານໃນອາທິດກ່ອນວ່າ ມີປະມານ 200 ຄົນທີ່ຮູ້ວ່າເຄີຍສຳຜັດໃກ້ຊິດກັບຜູ້ຍິງທີ່ເສຍຊີວິດ ຖືກນຳໄປເຝົ້າຕິດຕາມທາງການແພດເພື່ອເປັນມາດຕະການປ້ອງກັນ.

ມີການເປີດເຜີຍວ່າ ນັກວິໄຈຍິງທີ່ເສຍຊີວິດ ເຊິ່ງສື່ຣັດເຊຍລະບຸຊື່ຕົ້ນວ່າ “ດາເຣຍ” ແລະມີອາຍຸປະມານທ້າຍ 20 ປີ, ພຶ່ງເດີນທາງໄປຍັງພາກພື້ນບູຣີອາເຕຍ (Buryatia) ເຊິ່ງຢູ່ບໍລິເວນຊາຍແດນຣັດເຊຍຕິດກັບມົງໂກເລຍ.

ສຳລັບເຊື້ອແບັກທີເຣຍທີ່ກໍ່ໃຫ້ເກີດໂລກກາລະບາດ ຫຼື Yersinia pestis ເຊິ່ງເຄີຍຄ່າປະຊາກອນເອີຣົບໄປເຖິງເຄິ່ງໜຶ່ງໃນສະຕະວັດທີ 14 ໃນໄລຍະທີ່ຮູ້ຈັກກັນວ່າ “ການຕາຍດຳ” (Black Death), ປັດຈຸບັນຍັງພົບໄດ້ມາຈາກລັກສະນະສຳຄັນຂອງສັດກຸ່ມນີ້ຄື ມີແຂ້ວໜ້າທີ່ຍາວ ແລະສາມາດງອກຍາວຕະຫຼອດເວລາ ຈຶ່ງຕ້ອງກັດແທະສິ່ງຕ່າງໆ. ເຊັ່ນ ມາມອດ (marmot) ໃນພື້ນທີ່ດັ່ງກ່າວ ຫລື ແມ່ນສັດຈຳພວກໜູຂະໜາດໃຫຍ່ ຄ້າຍກັບ ກະຮອກຂະໜາດໃຫຍ່ ແລະມັກອາໄສຢູ່ຕາມທົ່ງຫຍ້າ ຫຼືເຂດພູສູງ..

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່