MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ຫວຽດນາມຈັບກຸມຊາຍຕ້ອງສົງໄສ 12 ຄົນ ທີ່ລັກແມວຫລາຍກວ່າ 2,700 ໂຕ ສົ່ງຂາຍໃຫ້ຮ້ານ

ເຈົ້າໜ້າທີ່ຫວຽດນາມຈັບກຸມຊາຍຕ້ອງສົງໄສ 12 ຄົນ ທີ່ລັກແມວຫລາຍກວ່າ 2,700 ໂຕ ສົ່ງຂາຍໃຫ້ຮ້ານ

Jenjila
ເຜີຍແຜ່: 6 ຕຸລາ 2026, 16:30
ປັບປຸງຫຼ້າສຸດ: 6 ຕຸລາ 2026, 16:31
Jen - Mahasan Post (24)

ຕຳຫຼວດນະຄອນໂຮຈິມິນ ຂອງຫວຽດນາມ ຈັບກຸມຊາຍ 12 ຄົນ ຫຼັງຖືກກ່າວຫາວ່າເປັນເຄືອຂ່າຍອອກລັກແມວຕາມຊຸມຊົນ ກ່ອນຈະລວບລວມແລະສົ່ງຕໍ່ໄປຂາຍເປັນຊີ້ນ. ຜູ້ຕ້ອງສົງໄສໃຫ້ການຮັບສາລະພາບວ່າ ໄດ້ລັກແລະສົ່ງຂາຍແມວປະມານ 2,700 ໂຕ. ຕຳຫຼວດຍັງຍຶດຂອງກາງ ທັງກົງດັກແມວ ແລະອຸປະກອນຖອນຂົນສັດ. ຂະນະດຽວກັນ ທາງການກຳລັງເລັ່ງຕາມຫາເຈົ້າຂອງເພື່ອນຳແມວທີ່ເຫຼືອສົ່ງຄືນ.

ຕຳຫຼວດນະຄອນໂຮຈິມິນ ຂອງຫວຽດນາມ ໄດ້ຈັບກຸມຊາຍ 12 ຄົນໃນວັນອາທິດທີ່ຜ່ານມາ (4 ຕຸລາ) ຫຼັງພົບວ່າ ພວກເຂົາຖືກກ່າວຫາວ່າດຳເນີນງານເປັນເຄືອຂ່າຍລັກແມວທົ່ວເມືອງ ເພື່ອນຳໄປຂາຍຕໍ່ເປັນຊີ້ນ. ຕຳຫຼວດລະບຸວ່າ ຜູ້ຕ້ອງສົງໄສໃຫ້ການຮັບສາລະພາບວ່າ ໄດ້ລັກແລະຊື້ຂາຍແມວຫຼາຍສາຍພັນ ລວມແລ້ວປະມານ 2,700 ໂຕ.

ຕຳຫຼວດລະບຸວ່າ ທ້າວ ຫຼິວ ແທັງ ບິ່ງ ອາຍຸ 39 ປີ ຖືກສົງໄສວ່າເປັນຫົວໜ້າເຄືອຂ່າຍ ໂດຍລາວແລະຜູ້ຮ່ວມຂະບວນການອີກ 11 ຄົນ ກຳລັງຖືກສອບສວນໃນຂໍ້ຫາລັກຊັບ.

ຈາກການສອບສວນພົບວ່າ ບິ່ງເປັນຜູ້ຮັບຊື້ແມວທີ່ຖືກລັກມາ ກ່ອນຈະນຳໄປເກັບໄວ້ຢູ່ສະຖານທີ່ແຫ່ງໜຶ່ງໃນເຂດ ທື່ອຍອານ ຈາກນັ້ນຈຶ່ງສົ່ງຕໍ່ໄປຂາຍເປັນຊີ້ນ. ນອກຈາກນີ້ ລາວຍັງຮັບຊື້ແມວຈາກຜູ້ຂາຍອິດສະຫຼະອີກດ້ວຍ.

ບິ່ງໄດ້ຮ່ວມມືກັບຜູ້ຈັດຫາ ຊຶ່ງເຮັດໜ້າທີ່ຫາຄົນເຂົ້າຮ່ວມຂະບວນການ ແລະແບ່ງອອກເປັນຫຼາຍທີມ ເພື່ອອອກລັກແມວໃນເຂດ ດົ່ງແທັງ, ຮັອກມອນ, ເຕິນເທີຍເຫຍີບ ແລະ ອັນໂຫຍເຕີຍ ຊຶ່ງຢູ່ບໍລິເວນຊານເມືອງນະຄອນໂຮຈິມິນ.

ແຕ່ລະທີມຈະແບ່ງເຂດຮັບຜິດຊອບຢ່າງຊັດເຈນ ແລະໃຊ້ລົດຈັກຕະເວນໄປຕາມບໍລິເວນບ້ານພັກອາໄສໃນຊ່ວງປະມານ 23:00-04:00 ໂມງ ເພື່ອຊອກຫາແລະຈັບແມວ.

ຜູ້ຕ້ອງສົງໄສໃຫ້ການກັບຕຳຫຼວດວ່າ ພວກເຂົາໃຊ້ກັບດັກທີ່ເຮັດຂຶ້ນເອງ ຫຼືອຸປະກອນທີ່ໄດ້ຈາກບິ່ງເພື່ອຈັບແມວ. ແຕ່ລະທີມສາມາດຈັບແມວໄດ້ປະມານ 4-10 ໂຕຕໍ່ຄືນ ກ່ອນຈະນຳໄປສົ່ງໃຫ້ຫົວໜ້າເຄືອຂ່າຍ.

ຕຳຫຼວດເລີ່ມເປີດໂປງເຄືອຂ່າຍນີ້ໃນລະຫວ່າງການບຸກກວດຄົ້ນໃນວັນທີ 8 ກໍລະກົດ ຢູ່ເຂດ ດົ່ງແທັງ ໂດຍຍຶດແມວທີ່ຍັງມີຊີວິດ 50 ໂຕ ພ້ອມກັບກັບດັກຈັບແມວ 55 ອັນ, ເຄື່ອງຊັ່ງ 2 ເຄື່ອງ ແລະອຸປະກອນສຳລັບຖອນຂົນ ຫຼື ກຳຈັດຂົນແມວ 2 ເຄື່ອງ.

ທີ່ມາ: VNExpress

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:

ຂ່າວທີ່ກ່ຽວຂ້ອງ