ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບແກ໊ງລັກສາຍໄຟຟ້າໄດ້ 6 ຄົນ ແລະ ເຈົ້າຂອງຮ້ານຮັບຊື້-ຂາຍ ເຫລັກເສດ-ທອງສາຍໄຟ ມາດໍາເນີນຄະດີ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ຈັບແກ໊ງລັກສາຍໄຟຟ້າໄດ້ 6 ຄົນ ແລະ ເຈົ້າຂອງຮ້ານຮັບຊື້-ຂາຍ ເຫລັກເສດ-ທອງສາຍໄຟ ມາດໍາເນີນຄະດີ
ADadvertisement
ADadvertisement
ADadvertisement

ປກສ ນະຄອນໄກສອນພົມວິຫານ ລາຍງານວ່າ: ວັນທີ 10 ກັນຍາ 2026 ຜ່ານມາ ເຈົ້າໜ້າທີ່ສາມາດຈັບຕົວເປົ້າໝາຍ ຄົນຮ້າຍລັກຕັດສາຍໄຟຟ້າ (ກຸ່ມແກ໊ງ ທ້າວ ໝີໜ້າລາຍ) ແລະ ພັກພວກຮ່ວມກັນກະທຳຜິດ 4 ຄົນຊື່:

– ທ້າວລັດສະໝີ ໄຊຍະວົງ ຫລື ໝີໜ້າລາຍ ອາຍຸ 37 ປີ ວ່າງງານ ຢູ່ບ້ານນາເຕີຍ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ

– ນາງໂພໄຊ ບຸນມະນີວົງ ອາຍຸ 26 ປີ ວ່າງງານ ຢູ່ບ້ານ ດົງນາຄຳ ນະຄອນໄກສອນພົມວິຫານ

ADadvertisement
ADadvertisement
ADadvertisement

– ທ້າວວິໄລສັກ ວົງພາຈອນ ຫຼື ເສືອ ອາຍຸ 25 ປີ ວ່າງງານ ບ້ານນາເຕີຍ ນະຄອນໄກສອນພົມວິຫານ

– ທ້າວ ສຸກສະຫວັນ ສານຸວົງ ຫລື ໂຕ້ ອາຍຸ 16 ປີ ອາຊີບວ່າງງານ ບ້ານ ດົງນາຄຳ ນະຄອນ ໄກສອນພົມວິຫານ

ພ້ອມຂອງກາງ ລົດຈັກ 3 ຄັນ; ສາຍທອງແດງປອກອອກຈາກສາຍໄຟຟ້າ ນໍ້າໜັກ 0.3 ກິໂລກຣາມ; ຄີມຕັດສາຍໄຟຟ້າ 4 ອັນ ແລະ ກະແຈ ຂະໜາດຕ່າງໆ ທີ່ໃຊ້ຫັນນັອດສາຍໄຟຟ້າຈໍານວນ 12 ອັນ, ປືນແກັບ 2 ກະບອກ, ກະແຈ ບູແລັດ 1 ອັນ, ກາບສາຍໄຟຟ້າ 1 ເສັ້ນ ແລະ ສະຫລັກລ່າງໄຟຟ້າ 1 ອັນ.

– ວັນທີ 22 ກັນຍາ 2026 ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນ ໄກສອນ ພົມວິຫານ ສົມທົບກັບອຳນາດການປົກຄອງບ້ານ ດົງນາຄຳ ໄດ້ທຳການກວດຄົ້ນຮ້ານຮັບຊື້-ຂາຍ ເຫລັກເສດຂອງຄົນ ສັນຊາດ ຫວຽດນາມ 2 ຮ້ານ ຕາມການຊັດທອດຂອງຜູ້ຖືກຫາວ່າ: ພາຍຫລັງລັກສາຍໄຟຟ້າມາແລ້ວ ແມ່ນໄດ້ເອົາມາຂາຍຢູ່ຮ້ານດັ່ງກ່າວ, ຜ່ານການກວດຄົ້ນພົບເຫັນວັດຖຸຂອງກາງ ມີຄື: ສາຍໄຟຟ້າໝຸນ ນໍ້າໜັກ 18 kg; ສາຍໄຟຟ້າ (ສາຍສີດໍາທີ່ຍັງບໍ່ທັນປອກ); ສາຍທອງແດງ 1 ຖົງຍ່າງ ແລະ ທອງສາຍໄຟຟ້າ 2 ກະສອບ ເຈົ້າໜ້າທີ່ຈຶ່ງໄດ້ທຳການເກັບກູ້ມາເປັນຂອງກາງ ພ້ອມທັງໄດ້ກັກຕົວເຈົ້າຂອງຮ້ານຈຳນວນ 2 ຄົນຊື່: ທ້າວ ເລວັນຢຸງ ອາຍຸ 41 ປີ ແລະ ທ້າວຄິມຫງອກລານ ອາຍຸ 47 ປີ ທັງ 2 ຄົນ ມີອາຊີບຄ້າຂາຍ ສັນຊາດຫວຽດນາມ ປັດຈຸບັນພັກເຊົາປະຈຸບັນ ບ້ານດົງນາຄໍາ ນະຄອນ ໄກສອນພົມວິຫານ ມາສືບສວນ – ສອບສວນຕາມຂັ້ນຕອນກົດໝາຍ.

– ວັນທີ 25 ກັນຍາ 2026 ທາງເຈົ້າໜ້າທີ່ວິຊາສະເພາະ ສາມາດຈັບຕົວເປົ້າໝາຍ ລັກຕັດສາຍໄຟຟ້າ (ກຸ່ມແກ້ງ ທ້າວ ເລ້ ບ້ານ ໂພນສະຫວ່າງເໜືອ) ໄດ້ 2 ຄົນຊື່: ທ້າວ ສຸກສາຄອນ ຫລື ເລ້ ອາຍຸ 35 ປີ ແລະ ທ້າວຕໍ້າ ອາຍຸ 25 ປີ ທັງ 2 ມີອາຊີບ ກຳມະກອນ ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນພົມວິຫານ ພ້ອມທັງເກັບກູ້ຂອງກາງສາຍໄຟຟ້າມອບຄືນໃຫ້ມະຫາວິທະຍາໄລ ສະຫວັນນະເຂດ.

ປະຈຸບັນ, ທາງເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ເລັ່ງສືບສວນ-ສອບສວນຂະຫຍາຍຜົນ ພ້ອມທັງປະສານສົມທົບກັບພາກສ່ວນກຽ່ວຂ້ອງ ເພື່ອນໍາຈັບຕົວຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ຄະນະໂຄສະນາອົບຮົມນະຄອນ ໄກສອນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່