ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມເດີນທາງມາເຖິງ ນະຄອນຫລວງວຽງຈັນ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມເດີນທາງມາເຖິງ ນະຄອນຫລວງວຽງຈັນ
ADadvertisement
ADadvertisement
ADadvertisement

ຕອນບ່າຍວັນທີ 8 ຕຸລາ 2026 ນີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມເດີນທາງມາເຖິງ ນະຄອນຫລວງວຽງຈັນ

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸນ ແລະ ສົມກຽດ ໂດຍມີ ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນລັດຖະມົນຕີກຽດຕິຍົດ, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ, ສະຫາຍ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ສະຫາຍເອກອັກຄະລັດຖະທູດ ລາວ ແລະ ຫວຽດນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມໃຫ້ການຕ້ອນຮັບ.

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມເດີນທາງມາເຖິງ ນະຄອນຫລວງວຽງຈັນ · ຮູບທີ 2

ການຢ້ຽມຢາມ ສປປ ລາວ ຄັ້ງນີ້, ເປັນການຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນເວລາ 2 ວັນ ແຕ່ວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ADadvertisement
ADadvertisement
ADadvertisement
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມເດີນທາງມາເຖິງ ນະຄອນຫລວງວຽງຈັນ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່