ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ບັນຫາການບຸກລຸກທີ່ດິນປ່າໄມ້

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 4 ນາທີ67 ຄັ້ງ
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ບັນຫາການບຸກລຸກທີ່ດິນປ່າໄມ້
ADadvertisement
ADadvertisement
ADadvertisement

ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ການນໍາເຂົ້າສິນຄ້າກະສິກຳ ຂອງ ສປປ ລາວ ຫຼຸດລົງ 50% ຈາກ 80 ລ້ານໂດລາສະຫະລັດ ໃນປີຜ່ານມາ ເຫຼືອ 40 ລ້ານໂດລາສະຫະລັດ ເນື່ອງຈາກວ່າ ການຜະລິດກະສິກຳ ທີ່ມີການປຸງແຕ່ງ ສາມາດກຸ້ມກິນໄດ້ 100% ເປັນຕົ້ນ ເຂົ້າ, ກາເຟ, ຊາ, ປານໍ້າຈືດ, ຊີ້ນງົວ-ຄວາຍ, ໝູ, ສັດປີກ ແລະ ໄຂ່. ໃນຂະນະທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກໍຄື ຂະແໜງການກ່ຽວຂ້ອງ ໄດ້ມີການອອກແຈ້ງການກ່ຽວກັບການເກືອດຫ້າມການນໍາເຂົ້າສິນຄ້າ ທີ່ສາມາດຜະລິດກຸ້ມກິນພາຍໃນ ຕາມດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໂດຍສະເພາະ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ເຊິ່ງເຮັດໃຫ້ການນໍາເຂົ້າສິນຄ້າກະສິກຳ ຫຼຸດລົງຢ່າງກ້າວກະໂດດ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ບັນຫາການບຸກລຸກທີ່ດິນປ່າໄມ້

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ວ່າ: ການສົ່ງເສີມການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແມ່ນສາມາດກຸ້ມກິນ ແລະ ມີສ່ວນແຮໄວ້. ສໍາລັບປີ 2026 ນີ້, ການຜະລິດເຂົ້າ ຈະສາມາດປະຕິບັດໄດ້ 95% ຂອງແຜນການ (3,9 ລ້ານໂຕນ) ແຕ່ກໍຍັງສາມາດຮັບປະກັນການບໍລິໂພກພາຍໃນຢ່າງພຽງພໍ. ສໍາລັບພືດຜັກ ແລະ ໝາກໄມ້ ກໍໄດ້ຍູ້ແຮງຂະບວນການຜະລິດພືດຜັກ, ໄມ້ໃຫ້ໝາກ ຂອງຊາວກະສິກອນ, ຜູ້ຜະລິດຂະໜາດນ້ອຍ-ກາງ ດ້ວຍການສ້າງ ແລະ ປັບປຸງກຸ່ມຜະລິດ, ປັດຈຸບັນ ປູກພືດສະບຽງໄດ້ 255.500 ກວ່າເຮັກຕາ ເທົ່າກັບ 91% ຂອງແຜນການ, ຄາດຄະເນຜົນຜະລິດປະມານ 2,3 ລ້ານກວ່າໂຕນ, ຄາດວ່າໝົດປີຈະປະຕິບັດໄດ້ຕາມແຜນການ. ສ່ວນການຜະລິດ ຊີ້ນ, ໄຂ່ ແລະ ປາ ກໍໄດ້ຊຸກຍູ້ການລ້ຽງສັດ ເປັນຟາມແບບທັນສະໄໝ ຫຼາຍຂຶ້ນເຮັດໃຫ້ຝຸງສັດຂະຫຍາຍຕົວ 1,4%. ເຖິງແມ່ນວ່າໃນໄລຍະຜ່ານມາ, ພົບການລະບາດຂອງພະຍາດອະຫິວາໜູ ເຊິ່ງເຮັດໃຫ້ການສະໜອງຊີ້ນໝູ ບໍ່ພຽງພໍກັບຄວາມຕ້ອງການໃນບາງເຂດ ໃນໄລຍະໃດໜຶ່ງ ໂດຍລວມແມ່ນສາມາດຜະລິດ ແລະ ສະໜອງ ຊີ້ນ, ປາ ແລະ ໄຂ່ ໄດ້ 440.000 ໂຕນ ຫຼື ທຽບເທົ່າ 76,6% ຂອງແຜນການ 574.300 ໂຕນ ຄາດວ່າໝົດປີ ຈະສາມາດບັນລຸຕາມແຜນການ ແລະ ສາມາດຄໍ້າປະກັນການບໍລິໂພກພາຍໃນໄດ້ໂດຍພື້ນຖານ. ໃນພາບລວມເຫັນວ່າ ການຜະລິດພາຍໃນ ມີການຂະຫຍາຍຕົວເພີ່ມຂຶ້ນ ສາມາດຮັບປະກັນສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ, ແຕ່ຍັງມີບາງລາຍການສະບຽງອາຫານ ທີ່ບໍ່ສາມາດຜະລິດຢູ່ພາຍໃນບາງແຂວງ ຈຶ່ງຕ້ອງໄດ້ດຸ່ນດຽງຈາກແຂວງໃກ້ຄຽງ ຫຼື ປະເທດໃກ້ຄຽງ ທີ່ມີການຂົນສົ່ງສະດວກ ແລະ ຕົ້ນທຶນຄ່າຂົນສົ່ງຕໍ່າ.

ການຜະລິດ ແລະ ສົ່ງອອກ ສິນຄ້າກະສິກຳ ແລະ ປ່າໄມ້ ໃນໄລຍະຜ່ານ ເຫັນວ່າມີທ່າອຽງເພີ່ມຂຶ້ນຕາມລໍາດັບ, ໃນ 9 ເດືອນ ປີ 2026 ສາມາດປະຕິບັດໄດ້ 1.389 ລ້ານໂດລາສະຫະລັດ ເທົ່າກັບ 73% ຂອງແຜນການ ທີ່ສະພາຮອງຮັບ 1.900 ລ້ານໂດລາສະຫະລັດ. ໃນນັ້ນ, ພືດ ແລະ ຜະລິດຕະພັນພືດ ມູນຄ່າ 1.002 ລ້ານກວ່າໂດລາສະຫະລັດ ເທົ່າກັບ 84% ຂອງແຜນການ (ແຜນການ 1.200 ລ້ານໂດລາສະຫະລັດ); ສັດ ແລະ ຜະລິດຕະພັນສັດ ມູນຄ່າ 148,2 ລ້ານກວ່າໂດລາສະຫະລັດ ເທົ່າກັບ 74% ຂອງແຜນການ (ແຜນການ 200 ລ້ານໂດລາສະຫະລັດ). ໃນນັ້ນ, ຜະລິດຕະພັນກວມເອົາ 7,9%; ໄມ້ ແລະ ຜະລິດຕະພັນໄມ້, ຢາງພາລາ, ເຄື່ອງປ່າຂອງດົງ, ຖ່ານຂາວ ມູນຄ່າ 238,9 ລ້ານກວ່າໂດລາສະຫະລັດ ເທົ່າກັບ 48% (ແຜນການ 500 ລ້ານໂດລາສະຫະລັດ). ສໍາລັບສິນຄ້າ ທີ່ໄດ້ເຈລະຈາເຕັກນິກເປີດຕະຫຼາດ ກັບປະເທດຄູ່ຄ້າ ໄດ້ທັງໝົດ 80 ລາຍການ. ໃນນັ້ນ, ສປ ຈີນ: ພືດ 39 ລາຍການ ແລະ ສັດ 5 ລາຍການ (ງົວ-ຄວາຍ, ລີງຫາງຍາວ, ລີງວອກ, ປາສະຫວາຍ ແລະ ນໍ້າເຜິ້ງ), ສສ ຫວຽດນາມ 19 ລາຍການພືດ, ໄທ 16 ລາຍການພືດ, ກຳປູເຈຍ ສັດໃຫຍ່ 1 ລາຍການ.

ADadvertisement
ADadvertisement
ADadvertisement

ເພື່ອຊຸກຍູ້ສົ່ງເສີມການຜະລິດ ແລະ ຍົກລະດັບເຕັກນິກການຜະລິດ, ຄວາມຮູ້ຄວາມສາມາດ ຂອງກະສິກອນ ເພື່ອຮັບປະກັນການເພີ່ມສະມັດຕະພາບ, ຄຸນນະພາບຂອງສິນຄ້າ ແລະ ການປຸງແຕ່ງຜະລິດຕະພັນກະສິກຳ ເປັນສິນຄ້າ ໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນກັບຕະຫຼາດພາຍໃນ ແລະ ຕ່າງປະເທດໄດ້ ຂະແໜງການມີມາດຕະການ ຄື: ສຸມໃສ່ຖ່າຍທອດເຕັກນິກ, ເຕັກໂນໂລຊີ ແລະ ກົນຈັກກະສິກຳທີ່ທັນສະໄໝ ເຂົ້າໃນການປູກຝັງ-ລ້ຽງສັດ ແລະ ການປຸງແຕ່ງໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ (ປັດຈຸບັນ ມີການນຳໃຊ້ເຕັກນິກ ແລະ ກົນຈັກກະສິກຳເຂົ້າໃນການຜະລິດ ເຊັ່ນ: ກະກຽມດິນປູກເຂົ້ານາ 99%, ດຳນາ 3%, ຢອດເມັດ ແລະ ຫວ່ານເມັດຫຼາຍກວ່າ 45%, ເກັບກ່ຽວ ແລະ ຟາດເຂົ້າຫຼາຍກ່ວາ 50%); ສ້າງ ແລະ ພັດທະນາສູນສົ່ງເສີມ ແລະ ບໍລິການເຕັກນິກກະສິກຳ ໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໜ້າທີ່ສົ່ງເສີມການຜະລິດໃຫ້ຊາວກະສິກໍາ, ກຸ່ມການຜະລິດ ແລະ ສະຫະກອນ ເປັນຕົ້ນ ສູນພັດທະນາກະສິກໍາໜອງແຫ້ວ ນະຄອນຫຼວງວຽງຈັນ ແລະ ສູນພັດທະນາກະສິກຳປາກແຈ້ງ ແຂວງວຽງຈັນ ເພື່ອເປັນສູນຕົວແບບໃນການສົ່ງເສີມການຫັນເປັນທັນສະໄໝ ແລະ ບັນດາສູນສົ່ງເສີມ ແລະ ບໍລິການເຕັກນິກ ໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ກໍປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານການຜະລິດ ແລະ ເຕັກນິກຫຼັງເກັບກ່ຽວ ເພື່ອຮັບປະກັນຄຸນນະພາບຜົນຜະລິດ; ປັບປຸງກຳລັງການຜະລິດ ເປັນຕົ້ນ ສ້າງ ແລະ ພັດທະນາກຸ່ມ, ສະຫະກອນ ໃຫ້ເຂັ້ມແຂງ ກາຍເປັນຫົວໜ່ວຍວິສາຫະກິດຮ່ວມມືປະຊາຊົນ ເພື່ອສ້າງຖານການຜະລິດ ຂອງຂະແໜງການໃຫ້ກວ້າງຂວາງ; ສົ່ງເສີມ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂ ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ອຸດສາຫະກຳປຸງແຕ່ງ ໄດ້ມາລົງທຶນ ແລະ ນໍາເອົາເຕັກນິກທີ່ທັນສະໄໝ ເພື່ອຜະລິດສິນຄ້າກະສິກຳ ທີ່ມີຄຸນນະພາບ ເຮັດໜ້າທີ່ເປັນຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອຮອງຮັບຜົນຜະລິດ ຈາກກຸ່ມ ແລະ ສະຫະກອນ ດ້ວຍຮູບການສັນຍາການຜະລິດກະສິກໍາ ຫຼື ຮູບການອື່ນທີ່ເໝາະສົມ.

ໂດຍ: ແສງເດືອນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 67 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່