ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຂອງ ສະຫາຍ ເລ ມິງ ຮຶງ ຊຶ່ງເປັນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງປະເທດ. ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງການຖືສຳຄັນ ແລະ ບຸລິມະສິດຕົ້ນຕໍ ໃນການເສີມຂະຫຍາຍສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງ ໃນໂລກ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາການນຳຂັ້ນສູງຂອງ ສສ ຫວຽດນາມ ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃນຄັ້ງນີ້.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບໂດຍຫຍໍ້ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງເຫັນວ່າ ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ, ມີການປະສານສົມທົບກັນຢ່າງແໜ້ນແຟ້ນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ສອງກົມການເມືອງ ແລະ ຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ລະຫວ່າງ ສອງລັດຖະບານ ຊຶ່ງເຫັນວ່າມີຄວາມຄືບໜ້າໃນຫລາຍດ້ານ, ມີການມອບ-ຮັບ ແລະ ເປີດນໍາໃຊ້ໂຄງການຖານຂໍ້ມູນຄຸ້ມຄອງສຳມະໂນຄົວ ແລະ ບັດປະຈໍາຕົວພົນລະເມືອງລາວ, ເປີດໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ກໍໄດ້ມີການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນໃນຂອບການຮ່ວມມືສອງຝ່າຍ ແລະ ເວທີສາກົນ, ເພີ່ມທະວີການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ໂດຍສະເພາະແມ່ນ ບັນດາໂຄງການທີ່ເປັນທ່າແຮງໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດ ແລະ ມີລັກສະນະຍຸດທະສາດຂອງສອງປະເທດ, ພ້ອມທັງເພີ່ມທະວີການໂຄສະນາສຶກສາອົບຮົມກ່ຽວກັບມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ແກ່ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດຂອງສອງປະເທດ ລວມທັງມີການສືບຕໍ່ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຈັດກິດຈະກຳສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027, ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໃຫ້ມີເນື້ອໃນຄວາມໝາຍຄວາມສໍາຄັນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ.

ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັບອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍ ສະເຫລີມໄຊ ກົມມະສິດ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ປະກົດຜົນເປັນຮູບປະທໍາ ຕາມຄາດໝາຍທີ່ວາງໄວ້.




