MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ເຂົ້າວາງກະຕ່າດອກ ໄມ້ ຢູ່ສວນມິດຕະພາບ ລາວ-ຫວຽດນາມ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ເຂົ້າວາງກະຕ່າດອກ ໄມ້ ຢູ່ສວນມິດຕະພາບ ລາວ-ຫວຽດນາມ

Jenjila
ເຜີຍແຜ່: 9 ຕຸລາ 2026, 11:51
ປັບປຸງຫຼ້າສຸດ: 9 ຕຸລາ 2026, 11:51
Jen - Mahasan Post (86)

ເນື່ອງໃນໂອກາດທີ່ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນໍາຂັ້ນສູງເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 8-9 ຕຸລາ 2026, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າວັນທີ 9 ຕຸລາ 2026, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປລ ລາວ ແລະ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍການນໍາຂັ້ນສູງຂອງສອງປະເທດ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າມາວາງຕໍ່ໜ້າຮູບປັ້ນຂອງ ທ່ານ ໂຮ່ຈີນມິນ, ທ່ານ ໄກສອນ ພົມວິຫານ ແລະ ທ່ານສຸພານຸວົງ ຢູ່ສວນມີດຕະພາບ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງ ຈັນ.

ການວາງກະຕ່າດອກໄມ້ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ,ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງທ່ານຜູ້ນຳທັງສາມທ່ານ ທີ່ຍາມໃດກໍ່ສຸມສະຕິປັນຍາເຫື່ອແຮງໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາໂດຍຕະຫຼອດ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທັງສອງທ່ານ ຍັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນການສະແດງເຖິງມິດຕະພາບໄມຕີຈິດ ແລະ ສະແດງເຖິງຄວາມຮັກແພງສາ ມັກຄີ ຕື່ມອີກ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ