MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງອຸດົມໄຊ ຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງອຸດົມໄຊ ຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

Jenjila
ເຜີຍແຜ່: 12 ຕຸລາ 2026, 10:01
ປັບປຸງຫຼ້າສຸດ: 12 ຕຸລາ 2026, 10:01
Jen - Mahasan Post (1)

ວັນທີ 9 ຕຸລາ 2026 ນີ້, ແຂວງອຸດົມໄຊ ໄດ້ຈັດພິທີໂຮມຊຸມນຸມ ຈູດທຳລາຍຢາເສບຕິດເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 25 ປີ ຂຶ້ນຢູ່ເຂດພື້ນ ທີ່ສະໜາມກິລາແຂວງ, ໂດຍມີ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ມີ ພົຈວ ດວງຈັນ ໄຊວຸດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະ ພັກ-ຄະນະກອງບັນຊາການ ປກຊ-ປກສ ແຂວງ,ເມືອງ, ພ້ອມດ້ວຍຜູ້ຊົງຄຸນວຸດທິ,ອາວຸໂສບໍານານ, ພ້ອມດ້ວຍຕາງໜ້າຂະແໜງການຕ່າງໆອ້ອມຂ້າງແຂວງ ແລະ ຫົວໜ່ວຍ ປະກອບການທຸລະກິດປະຈໍາແຂວງ ເຂົ້າຮ່ວມ.

ໃນພິທີ, ພັທ ທອງສະຫວັນ ປັນຍາຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ກ່າວວ່າ: ໃນຊຸມປີຜ່ານມາຄະນະພັກ-ຄະນະນໍາ ອົງການປົກຄອງແຂວງອຸ ດົມໄຊ ໄດ້ຖືເອົາວຽກງານແກ້ໄຂ ບັນຫາຢາເສບຕິດ ເປັນວຽກງານທີ່ສໍາຄັນ ໄປຄຽງຄູ່ກັບການສ້າງສາ, ພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ຕິດພັນກັບການຜັນຂະ ຫຍາຍ,ຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສຸມໃສ່ຈັດຕັ້ງປະ ຕິບັດ 3 ວຽກງານຈຸດສຸມ ດັ່ງນີ້: ດໍາເນີນວຽກງານໂຄສະນາສຶກສາອົບຮົມ, ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ສ້າງຄວາມຮັບຮູ້ເຂົ້າໃຈໃນທົ່ວສັງຄົມ, ຢູ່ບັນດາໂຮງຮຽນ, ບ້ານທີ່ມີຄວາມສ່ຽງ; ປະຕິບັດວຽກງານຄຸ້ມຄອງນໍາພາຊີ້ນໍາຮອບດ້ານ ໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ກາຍເປັນໜ້າທີ່, ເປັນຄວາມຮັບຜິດຊອບຂອງຄະນະພັກ,ອົງການປົກຄອງຂອງແຕ່ລະຂັ້ນ, ປຸກລະດົມກຳລັງແຮງຂອງທົ່ວສັງຄົມ ເຂົ້າຮ່ວມໃນຂະບວນການຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.

ໃນນີ້,ສາມາດມ້າງຄະດີ ໄດ້ 210 ເລື່ອງ, ຕັດສິນລົງ ໂທດແລ້ວ ຈຳນວນ 233 ຄົນ ຍິງ 27 ຄົນ, ຢຶດຂອງກາງຄະດີໄດ້ຈຳນວນຫຼາຍລາຍການ ກວດກາ ແລະ ທຳລາຍພື້ນທີ່ມີການລັກລອບປູກຝິ່ນ ຈຳນວນ 16 ຕອນ ເນື້ອທີ່ 2,40 ເຮັກຕາ.

ການຈູດທຳລາຍຢາເສບຕິດຄັ້ງນີ້, ມີທັງໝົດ 12 ລາຍ ການ. ໃນນີ້, ມີເຮໂຣອິນ 45,5 ກຼາມ; ຢາບ້າ 37.799 ເມັດ, ນໍ້າໜັກ 3,77 ກິໂລກຼາມ; ຢາຝິ່ນ ນໍ້າໜັກ 1,53 ກິໂລກຼາມ; ເຄຕາມິນ ນໍ້າໜັກ 2,5 ກຣາມ; ຢາດີໄອ ດາທິສຊິນ 2.385 ກ່ອງ; ໃບກະທ້ອມ ນໍ້າໜັກ 116,5 ກິໂລກຼາມ; ແປ້ງຝຸ່ນ (ຄາເຟອິນ) ຈໍານວນ 240 ເປົາ, ນໍ້າໜັກ 6.000 ກິໂລກຼາມ; ຫົວຢາສູບໄຟຟ້າ ຈໍານວນ 08 ຫົວ; ນ້ຳຢາເຕີມພັອດ (ຢາສູບໄຟຟ້າ) ຈໍານວນ 43 ກ່ອງ; ກ້ອນສີຂາວ ຄ້າຍຄືເຮ ໂຣອິນ ນໍ້າໜັກ 219,9 ກຼາມ ທີ່ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນ ຢ່າງເດັດຂາດ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ