ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ
ADadvertisement
ADadvertisement
ADadvertisement

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາ ຍົກລັດຖະມົນຕີ,ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ຕາງ ໜ້າທ່ານ ນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານ ນາງ ຟາງ ຫົງ ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບໜ້າທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່່ອໝັ້ນ ແລະ ໄວ້ວາງໃຈ ຈາກພັກ- ລັດ ແລະ ປະຊາຊົນລາວ, ພ້ອມທັງຕີລາຄາສູງ ຕໍ່ຜົນງານການນຳພາຊີ້ນຳວຽກງານ ໃນໄລຍະທີ່ຜ່ານມາ ຂອງທ່ານ ສະເຫຼີມໄຊ ກົມມະສິດ ໂດຍສະເພາະ ວຽກງານດ້ານເສດ ຖະກິດ ແລະ ການຕ່າງປະເທດ. ອັນສຳຄັນ ແມ່ນໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄຳອວຍພອນ ແລະ ຄໍາເຊື້ອເຊີນ ຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະຈັດຂຶ້ນຢູ່ ສປ ຈີນ ໃນໄວໆນີ້.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ · ຮູບທີ 2

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄຳອວຍພອນອັນຈົບງາມຈາກທ່ານ ນາຍົກລັດຖະມົນຕີ ກໍຄື ລັດຖະບານ ແລະ ປະ ຊາຊົນຈີນ, ລວມທັງ ການໃຫ້ຄວາມຮ່ວມມື, ສະໜັບສະ ໜູນຊ່ວຍເຫຼືອ ໃນຕະຫຼອດໄລຍະທີ່ຜ່ານມາ ຊຶ່ງເປັນກຳລັງໃຈ ແລະ ປະກອບສ່ວນ ເຂົ້າໃນການປົົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ມີຜົນສຳເລັດເປັນກ້າວໆມາ, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ, ເຂັ້ມແຂງ, ໜຽວແໜ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ເຊິ່ງຕາງໜ້າລັດຖະບານລາວ ຈະສືບຕໍ່ຈັັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆ ທີ່ສອງເລຂາທິການໃຫຍ່ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນ ໃນໄລຍະຜ່ານມາ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ,ທັງໄດ້ສະແດງຄວາມຊົມ ເຊີຍ ໃນໂອກາດສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 77 ປີ ຕື່ມອີກ.

ADadvertisement
ADadvertisement
ADadvertisement
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ · ຮູບທີ 3

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່