ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການແຂ່ງຂັນໝາກອຶຍັກ ຂະໜາດເທົ່າລົດໃຫຍ່ ປະຊັນນ້ຳໜັກທີ່ຄາລິຟໍເນຍ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ24 ຄັ້ງ
ການແຂ່ງຂັນໝາກອຶຍັກ ຂະໜາດເທົ່າລົດໃຫຍ່ ປະຊັນນ້ຳໜັກທີ່ຄາລິຟໍເນຍ
ADadvertisement
ADadvertisement
ADadvertisement
ການແຂ່ງຂັນໝາກອຶຍັກ ຂະໜາດເທົ່າລົດໃຫຍ່ ປະຊັນນ້ຳໜັກທີ່ຄາລິຟໍເນຍ

ຊາວກະສິກອນຜູ້ປູກໝາກອຶຍັກຈາກທົ່ວສະຫະລັດ ນຳໝາກອຶຂອງຕົນມາແຂ່ງຂັນຊັ່ງນ້ຳໜັກທີ່ລັດຄາລິຟໍເນຍ ແຕ່ບໍ່ສາມາດລຸ້ນສ້າງສະຖິຕິໂລກໄດ້ ເນື່ອງຈາກນ້ຳໜັກຍັງຫ່າງຈາກໝາກອຶຍັກຂອງອັງກິດ ທີ່ຫາກໍສ້າງສະຖິຕິໝາກອຶທີ່ໜັກເກືອບ 1.3 ໂຕນ ເມື່ອອາທິດທີ່ຜ່ານມາ.

ໝາກອຶຍັກຂະໜາດມະຫຶມາ ທີ່ປູກໂດຍຊາວກະສິກອນທົ່ວສະຫະລັດ ໄດ້ມາຮ່ວມຕົວກັນທີ່ເມືອງຮາລ໌ຟມູນເບ (Half Moon Bay) ທາງພາກເໜືອຂອງລັດຄາລິຟໍເນຍ ໃນວັນຈັນທີ່ຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນຊັ່ງນ້ຳໜັກໝາກອຶຊິງແຊມໂລກຄັ້ງທີ 53. ການແຂ່ງຂັນໃນປີນີ້ຍິ່ງເຂັ້ມຂຸ້ນຂຶ້ນ ຫຼັງຈາກສະຖິຕິໂລກໝາກອຶທີ່ໜັກທີ່ສຸດຫາກໍຖືກທຳລາຍລົງໃນປະເທດອັງກິດເມື່ອອາທິດກ່ອນ.

ຜົນການແຂ່ງຂັນເປັນໄປຕາມຄາດໝາຍ ໂດຍໝາກອຶຍັກຊື່ “Rocky” ຂອງ ທຣາວິສ ກິນເຈີ (Travis Gienger) ຄູສອນດ້ານພືດສວນຈາກລັດມິນເນໂຊຕາ ສາມາດຄວ້າແຊມໄດ້ສຳເລັດ. ໝາກອຶຂອງລາວມີນ້ຳໜັກເຖິງ 2,389 ປອນ ຫຼືປະມານ 1,083 ກິໂລກຣາມ ນັບເປັນການຄວ້າແຊມຄັ້ງທີ 5 ຂອງລາວ.

ADadvertisement
ADadvertisement
ADadvertisement
ການແຂ່ງຂັນໝາກອຶຍັກ ຂະໜາດເທົ່າລົດໃຫຍ່ ປະຊັນນ້ຳໜັກທີ່ຄາລິຟໍເນຍ · ຮູບທີ 2

ລາວແລະພໍ່ຕ້ອງຜັດປ່ຽນກັນຂັບລົດເປັນເວລາດົນເຖິງ 30 ຊົ່ວໂມງ ເພື່ອຂົນສົ່ງໝາກອຶຈາກລັດມິນເນໂຊຕາມາເຂົ້າຮ່ວມການແຂ່ງຂັນທີ່ລັດຄາລິຟໍເນຍ.

ມີລາຍງານວ່າ ທຣາວິສ ກິນເຈີ ໄດ້ຮັບເງິນລາງວັນ 21,501 ໂດລາສະຫະລັດ ໂດຍຄິດຕາມນ້ຳໜັກໝາກອຶເປັນປອນ ແລ້ວຄູນດ້ວຍ 9 ໂດລາຕໍ່ປອນ. ນອກຈາກນີ້ ລາວຍັງຈະໄດ້ນຳໝາກອຶຍັກຂອງຕົນເຂົ້າຮ່ວມຂະບວນພາເຫຼດໃນເມືອງຮາລ໌ຟມູນເບ ໃນຊ່ວງທ້າຍອາທິດ.

ຣອນັນ ຟາວເລີ (Ronan Fowler) ໂຄສົກຂອງຜູ້ຈັດງານ ເປີດເຜີຍວ່າ ມີຊາວກະສິກອນຜູ້ປູກໝາກອຶຍັກຢ່າງໜ້ອຍ 30 ຄົນ ລົງທະບຽນເຂົ້າຮ່ວມການແຂ່ງຂັນຄັ້ງນີ້. ເຖິງແມ່ນວ່າໝາກອຶທີ່ຊະນະເລີດຈະມີນ້ຳໜັກເຖິງ 1,083 ກິໂລກຣາມ ແຕ່ກໍຍັງຖືວ່າຫ່າງໄກຈາກສະຖິຕິໂລກຄັ້ງໃໝ່.

ສຳລັບສະຖິຕິໂລກລ່າສຸດ ເປັນຂອງ ອຽນ ແພຕັນ (Ian Paton) ຈາກເມືອງລິມມິງຕັນ (Lymington) ທາງຊາຍຝັ່ງພາກໃຕ້ຂອງອັງກິດ. ລາວຫາກໍສ້າງປະຫວັດສາດດ້ວຍການປູກໝາກອຶຍັກທີ່ມີນ້ຳໜັກເຖິງ 2,857 ປອນ ຫຼື ປະມານ 1,296 ກິໂລກຣາມ.

ແພຕັນປູກໝາກອຶຢູ່ໃນໂຮງເຮືອນ ຂະນະທີ່ກິນເຈີປູກໝາກອຶຢູ່ໃນສວນຫຼັງເຮືອນຂອງຕົນ ໃນເມືອງອາໂນກາ (Anoka) ທາງພາກເໜືອຂອງເມືອງມິນນີແອໂພລິສ.

ທີ່ມາ: AP

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່