ທ່ານນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ ຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ ແລະ ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງບັນດາສະຫາຍຄະນະນໍາຂອງກະຊວງ ຍທຂ, ຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງທັງໝົດໃນທົ່ວກະຊວງ ຍທຂ. ເພື່ອສືບຕໍ່ເສີມຂະຫຍາຍຈຸດດີ ແລະ ບຸກບືນສູ້ຊົນ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ມີບາດກ້າວໃໝ່, ທັງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ກໍຄືບັນດາທິດທາງແຜນການ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ໃຫ້ມີຜົນສໍາເລັດນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາສະຫາຍການນໍາ ກໍຄືພະນັກງານຫຼັກແຫຼ່ງຂອງກະຊວງ ຍທຂ ເອົາໃຈໃສ່ໃນການເສີມຂະຫຍາຍການນໍາພາ ດ້ວຍຄວາມເປັນແບບຢ່າງທີ່ດີ, ມີຄວາມຫ້າວຫັນ, ເຮັດແທ້ທໍາຈິງ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ, ມີຄວາມເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ແບບແຜນການດໍາລົງຊີວິດ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ; ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ນໍາພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ ຕາມທິດຊີ້ນໍາຂອງພັກເຮົາ; ຮຸູ້ນໍາໃຊ້ທ່າແຮງທີ່ມີໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ; ເປັນເຈົ້າການລົງເລິກນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ກໍຄືແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງ ດຶງດູດເອົາການຊ່ວຍເຫຼືອ, ຮ່ວມມື ແລະ ລົງທຶນຈາກບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ກໍຄືອົງການຈັດຕັ້ງຕ່າງໆ, ທຸກພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ ຕິດພັນກັບການແກ້ໄຂບັນດາຂອດຂັ້ນຂອງການບໍລິການ, ການເອື້ອອໍານວຍຄວາມສະດວກ ແລະ ບັນດານະໂຍບາຍຕ່າງໆໃຫ້ເໝາະສົມ, ແນໃສ່ສ້າງກຳລັງແຮງໃນການຈັດຕັ້ງປະຕິບັດແຜນພັດທະນາຂອງກະຊວງ ຍທຂ ໃນການນໍາໃຊ້ຈຸດພິເສດທີ່ຕັ້ງ ແລະ ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ດ້ານເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້. ພ້ອມກັນນັ້ນ, ກໍເພີ່ມທະວີການຄຸ້ມຄອງການນໍາໃຊ້ທຶນກູ້ຢືມເຂົ້າໃນການພັດທະນາໂຄງລ່າງພື້ນຖານຂອງກະຊວງ ຍທຂ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ; ຍົກສູງຂອດການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ປະຕິບັດລະບອບການປະສານງານສາຍຕັ້ງ-ສາຍຂວາງ ໃນການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃຫ້ມີຄວາມເຂັ້ມແຂງ ແລະ ຢຶດໝັ້ນຈັນຍາບັນ-ຈັນຍາທຳຂອງພະນັກງານ-ລັດຖະກອນຂອງພວກເຮົາ ໂດຍສະເພາະຂະແໜງໂຍທາທິການ ແລະ ຂົນສົ່ງ ແມ່ນຂະແໜງທີ່ຫຼໍ່ແຫຼມ. ສະນັ້ນ, ພວກເຮົາຕ້ອງພ້ອມກັນຮັກສາໄດ້ຈັນຍາບັນ-ຈັນຍາທໍາ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ຖ້າພວກເຮົາພ້ອມກັນເຮັດໄດ້ ແນ່ນອນຈະເປັນກໍາລັງແຮງໜຶ່ງທີ່ເປັນສິ່ງຢືນຢັນເຖິງຄວາມເຂັ້ມແຂງໃນການບໍລິຫານລັດ ກໍຄືຄວາມເຂັ້ມແຂງຂອງການນໍາພາ-ຊີ້ນໍາ ຂອງພັກເຮົາ.
ຂ່າວ-ພາບ: ຍຸພິນທອງ-ຈີນ້າ


