ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

7 ບ້ານເປົ້າໝາຍ ຂອງເມືອງເຊໂປນ ໄດ້ຮັບໂທລະໂຄ່ງ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ30 ຄັ້ງ
7 ບ້ານເປົ້າໝາຍ ຂອງເມືອງເຊໂປນ ໄດ້ຮັບໂທລະໂຄ່ງ
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 7-12 ຕຸລາ 2026, ຫ້ອງການໂຄສະນາອົບຮົມເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ມອບ ແລະ ຕິດຕັ້ງໂທລະໂຄ່ງ ໃຫ້ 7 ບ້ານເປົ້າໝາຍ ທີ່ລຽບຕາມເສັ້ນທາງເລກ 9 ປະກອບມີ: ບ້ານແກ້ງຢາງ, ບ້ານແກ້ງກົກ, ບ້ານແກ້ງຫລວງ, ບ້ານອາລາງ, ບ້ານອາໄລ, ບ້ານກະແຫລງກາງ ແລະ ບ້ານຫ້ວຍແຈງ ລວມຈຳນວນ 7 ຊຸດ ມູນຄ່າທັງໝົດ 188 ລ້ານກວ່າກີບ.

7 ບ້ານເປົ້າໝາຍ ຂອງເມືອງເຊໂປນ ໄດ້ຮັບໂທລະໂຄ່ງ

ທັງນີ້ກໍເພື່ອເປັນການພັດທະນາພື້ນຖານໂຄງລ່າງຂອງບ້ານ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ພ້ອມກັນອະນຸລັກປົກປັກຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງປະຊາຊົນລາວບັນດາເຜົ່າໃຫ້ໝັ້ນຄົງ, ສ້າງຄວາມສາມັກຄີເປັນປຶກແຜ່ນ ເພື່ອເຮັດໃຫ້ບຸກຄົນ, ຄອບຄົວ ແລະ ບ້ານ ໄດ້ຮັບຮູ້ຂໍ້ມູນຂ່າວສານຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ແລະ ເຫດການບ້ານການເມືອງຮອບດ້ານ ຜ່ານການໂຄສະນາເຜີຍແຜ່ທາງໂທລະໂຄ່ງ.

7 ບ້ານເປົ້າໝາຍ ຂອງເມືອງເຊໂປນ ໄດ້ຮັບໂທລະໂຄ່ງ · ຮູບທີ 2

ການມອບ ແລະ ຕິດຕັ້ງໂທລະໂຄ່ງໃນຄັ້ງນີ້ ນຳໂດຍ ທ່ານ ປີດາວັນ ມູນລະອໍ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງເຊໂປນ ພ້ອມດ້ວຍພະນັກງານວິຊາການ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ຄະນະທີມງານຍັງໄດ້ແນະນຳວິທີການເປີດ-ປິດ, ການປົກປັກຮັກສາອຸປະກອນ, ການນຳໃຊ້ເຂົ້າໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານພາຍໃນບ້ານ ຜ່ານທາງໂທລະໂຄ່ງຢ່າງທົ່ວເຖິງ ພ້ອມທັງແຈກຢາຍປຶ້ມຄູ່ມື ກ່ຽວກັບການນຳໃຊ້ໂທລະໂຄ່ງ. ສຳລັບອຸປະກອນໂທລະໂຄ່ງດັ່ງກ່າວ ແມ່ນໄດ້ຮັບການມອບຕໍ່ມາຈາກ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ມອບໃຫ້ເມືອງ ແລະ ເມືອງນຳມາຈັດສັນມອບໃຫ້ບັນດາບ້ານເປົ້າໝາຍນຳໃຊ້ຢ່າງເປັນທາງການ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່