ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານ ຈີນ ສັ່ງປະຫານຊີວິດສະມາຊິກມາເຟຍຕະກູນໝິງ 11 ຄົນ ຜູ້ຢູ່ເບື້ອງຫຼັງອານາຈັກສະແກມເມີໃນມຽນມາ!

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ22 ຄັ້ງ
ສານ ຈີນ ສັ່ງປະຫານຊີວິດສະມາຊິກມາເຟຍຕະກູນໝິງ 11 ຄົນ ຜູ້ຢູ່ເບື້ອງຫຼັງອານາຈັກສະແກມເມີໃນມຽນມາ!
ADadvertisement
ADadvertisement
ADadvertisement

ວັນທີ 29 ມັງກອນ 2026 ສື່ຕ່າງປະເທດລາຍງານວ່າ ຈີນໄດ້ປະຫານຊີວິດສະມາຊິກ 11 ຄົນ ຂອງຕະກູນໝິງ ທີ່ໄດ້ດຳເນີນທຸລະກິດສະແກມເມີໃນມຽນມແລ້ວ ຫລັງສານ ແຂວງເຈີຈຽງ ໄດ້ຕັດສິນລົງໂທດສະມາຊິກຕະກູນໝິງເມື່ອເດືອນກັນຍາ 2025 ໃນຂໍ້ຫາຕ່າງໆ ລວມເຖິງຄະດີຄາຕະກຳ, ການກັກຂັງໜ່ວງໜຽວ, ການສໍ້ໂກ້ງ ແລະ ການເປີດ ຄາສິໂນ.

ຕະກູນໝິງເປັນໜຶ່ງໃນຫລາຍຕະກູນທີ່ຄວບຄຸມເມືອງ ລາວກາຍ ໃກ້ຊາຍແດນຈີນ ພາຍໃຕ້ການປົກຄອງຂອງພວກເຂົາ ເມືອງ ທີ່ທຸກຍາກ ແລະ ຫລ້າຫລັງແຫ່ງນີ້ໄດ້ຖືກປ່ຽນໃຫ້ກາຍເປັນສູນກາງຂອງຄາສິໂນ ແລະ ເປັນອານາຈັກສະແກມເມີຂອງຕະກູນໝິງຫລົ້ມສະຫລາຍໃນປີ 2023 ເມື່ອທາງການມຽນມາຈັບກຸມພວກເຂົາ ແລະ ສົ່ງຕົວໃຫ້ຈີນ.

ສານ ຈີນ ສັ່ງປະຫານຊີວິດສະມາຊິກມາເຟຍຕະກູນໝິງ 11 ຄົນ ຜູ້ຢູ່ເບື້ອງຫຼັງອານາຈັກສະແກມເມີໃນມຽນມາ!

ແກ້ງສະແກມເມີໃນມຽນມາ ໄດ້ຫລອກລວງແຮງງານຊາວຈີນຫລາຍພັນຄົນຕະຫລອດຫລາຍປີທີ່ຜ່ານມາ ພວກເຂົາເປັນໜຶ່ງໃນຫລາຍແສນຄົນທີ່ຖືກຄ້າມະນຸດເຂົ້າໄປໃນສະຖານທີ່ເຫລົ່ານີ້ ແລະ ຖືກບັງຄັບໃຫ້ຫລອກລວງຜູ້ຄົນໃນຕ່າງປະເທດ

ADadvertisement
ADadvertisement
ADadvertisement

ປີທີ່ຜ່ານມາ ໂຊຊຽວຂອງຈີນໃຫ້ຄວາມສົນໃຈຢ່າງຫລວງຫລາຍກ່ຽວກັບນັກສະແດງຊາວຈີນຄົນໜຶ່ງທີ່ເດີນທາງໄປປະເທດໄທ ເພື່ອຮັບງານສະແດງ ແຕ່ຖືກລໍ້ລວງໄປສູນສະແກມເມີໃນມຽນມາ.

ສານຈີນລະບຸວ່າ ງານຫລອກລວງ ແລະ ຄ່າສະໂນ ຂອງແກ້ງມາເຟຍຕະກູນໝິງສ້າງລາຍໄດ້ສູງກວ່າ 10ຕື້ຢວນ(10 ພັນລ້ານຢວນ) ລະຫວ່າງປີ 2015 ຫາ 2023 ສານກ່າວວ່າ ອາຊະຍາກຳຂອງພວກເຂົາສົ່ງຜົນໃຫ້ພົນລະເມືອງຈີນເສຍຊີວິດ 14 ຄົນ ແລະ ບາດເຈັບອີກຫລາຍຄົນ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່